ທີ່ການເຮັດວຽກ, ສະຫາຍ ຫງວຽນຢຸຍເລິມ, ເລຂາພັກແຂວງຮ່າຕິ້ງ ໄດ້ແຈ້ງໃຫ້ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ຮັບຊາບໝາກຜົນພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຮ່າຕິ້ງ ໃນປີ 2024 ແລະຊຸມເດືອນຕົ້ນປີ 2025.

ສະຫາຍ ຫງວຽນຢຸຍເລິມ ປາດຖະໜາຢາກແລກປ່ຽນ ແລະສະເໜີໃຫ້ຄະນະ ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົມທົບກັນຈັດຕັ້ງການເຄື່ອນໄຫວແລກປ່ຽນບົດຮຽນປະສົບການໃນການກໍ່ສ້າງພັກ, ຄຸ້ມຄອງລັດ, ການເຄື່ອນໄຫວຂອງສະພາປະຊາຊົນ, ແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງມະຫາຊົນ; ພ້ອມທັງກໍ່ສ້າງກົນໄກພົບປະຂັ້ນສູງເປັນປະຈຳໄລຍະລະຫວ່າງແຂວງຮ່າຕິ້ງ ແລະນະຄອນຫຼວງວຽງຈັນ, ມຸ່ງໄປເຖິງການລົງນາມໃນແຜນການຮ່ວມມືໄລຍະຍາວ.

leftcenterrightdel
ຄະນະຜູ້ແທນຂັ້ນສູງແຂວງຮ່າຕິ້ງ ແລະຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ດໍາເນີນການພົບປະສອງຝ່າຍ. ພາບ: baohatinh.vn

ສະຫາຍ ຫງວຽນຢຸຍເລິມ ສະເໜີໃຫ້ສະຫາຍ ອະນຸພາບ ຕຸນາລົມ ໃນຖານະເປັນເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກນະຄອນຫຼວງ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່, ຮ່ວມເດີນທາງພ້ອມກັບບັນດາແຂວງທີ່ມີເສັ້ນຊາຍແດນຕິດຈອດກັບແຂວງຮ່າຕິ້ງ ໃນການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ,  ກໍ່ສ້າງຊົນນະບົດໃໝ່ ແລະເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງປະຊາຊົນ; ຜ່ານນັ້ນປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.

ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ, ສະຫາຍ ອະນຸພາບ ຕຸນາລົມ ຢືນຢັນວ່າ ໃນໄລຍະຜ່ານມາ, ນະຄອນຫຼວງວຽງຈັນ ແລະແຂວງຮ່າຕິ້ງ ໄດ້ຮ່ວມມືໃນການຊອກຫາອັດຖິຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ; ການຮ່ວມມືດ້ານການສຶກສາ…

leftcenterrightdel
ສະຫາຍ ຫງວຽນຢຸຍເລິມ ເລຂາພັກແຂວງຮ່າຕິ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ອະນຸພາບ ຕຸນາລົມ, ເລຂາພັກນະຄອນຫຼວງ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ. ພາບ: baohatinh.vn

ສະຫາຍ ອະນຸພາບ ຕຸນາລົມ ໄດ້ສະເໜີທິດທາງການຮ່ວມມືໃນຂົງເຂດການເມືອງ, ການຕ່າງປະເທດ, ການສຶກສາ, ການຄ້າ, ຄົມມະນາຄົມຂົນສົ່ງ ແລະການທ່ອງທ່ຽວລະຫວ່າງນະຄອນຫຼວງວຽງຈັນ ກັບແຂວງຮ່າຕິ້ງ ໃນໄລຍະຈະມາເຖິງ. ສະຫາຍ ອະນຸພາບ ຕຸນາລົມ ຢືນຢັນວ່າ ນະຄອນຫຼວງວຽງຈັນ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບຫວຽດນາມ ເວົ້າລວມ ແລະແຂວງຮ່າຕິ້ງ ເວົ້າສະເພາະ ເພື່ອຮັກສາ ແລະເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະຮັກສາໄວ້ຜ່ານທຸກໄລຍະ.

ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງພັກ, ສະພາປະຊາຊົນ, ອໍານາດການປົກຄອງ, ບັນດາອົງການຄຸ້ມຄອງທຽບເທົ່າ, ອົງການຈັດຕັ້ງພັກ ແລະອົງການຈັດຕັ້ງມະຫາຊົນ ເພື່ອແລກປ່ຽນປະສົບການ, ຍົກສູງຄວາມເຂົ້າໃຈ, ເພີ່ມທະວີຄວາມສະໜິດຕິດພັນ ແລະການໜູນຊ່ວຍເຊິ່ງກັນ ແລະກັນ; ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວອີງຕາມຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຂວງຮ່າຕິ້ງ ແລະນະຄອນຫຼວງວຽງຈັນ.

leftcenterrightdel
ຄະນະຜູ້ແທນຂັ້ນສູງແຂວງຮ່າຕິ້ງ ແລະຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ຖ່າຍຮູບເປັນທີ່ລະນຶກ. ພາບ: baohatinh.vn

ຍູ້ແຮງການຮ່ວມມືດ້ານການຄ້າ, ໃນນັ້ນແຂວງຮ່າຕິ້ງ ສ້າງເງື່ອນໄຂໃຫ້ແກ່ບັນດາຜະລິດຕະພັນທີ່ມີທ່າແຮງຂອງນະຄອນຫຼວງວຽງຈັນ, ຄື: ເຂົ້າປອດສານພິດ, ເຄື່ອງເຟີນີເຈີ... ເຂົ້າເຖິງຕະຫຼາດທ້ອງຖິ່ນ; ພ້ອມທັງປາດຖະໜາວ່າ ນະຄອນຫຼວງວຽງຈັນ ຈະໜູນຊ່ວຍຈໍາໜ່າຍຜະລິດຕະພັນກະເສດ ແລະສິນໃນນ້ຳທີ່ມີຄຸນນະພາບສູງປະເພດຕ່າງໆ, ພິເສດແມ່ນສິນທະເລສົດ ແລະຜະລິດຕະພັນທະເລຂອງແຂວງຮ່າຕິ້ງ. ສົມທົບກັນສ້າງເງື່ອນໄຂສະດວກເພື່ອພັດທະນາຂົງເຂດຂົນສົ່ງ, ໂລຈິດສະຕິກ ແລະຂົນສົ່ງສິນຄ້າລະຫວ່າງສອງທ້ອງຖິ່ນ.

ໂດຍ: ທູຈາງ