leftcenterrightdel
 

ໃນບົດປາໄສຕໍ່ບັນດາສະມາຊິກໃນສະມາຄົມຄຼິດທະສາສະໜາ ຕາເວັນອອກ, ສັນທະປະປາ ລີໂອ XIV ໄດ້ເນັ້ນໜັກວ່າ ວາຕີກັງ ຍາມໃດກໍກຽມພ້ອມເປັນຂົວຕໍ່ໃຫ້ບັນດາຝ່າຍເປັນປໍລະປັກຫຍັບມໍ່ເຂົ້າໃກ້ກັນກວ່າ, ໜ້າຕໍ່ໜ້າ, ໂອ້ລົມສົນທະນານຳກັນ, ເພື່ອໃຫ້ປະຊາຊົນທຸກຄົນໃນໂລກນີ້ສາມາດຊອກຄວາມຫວັງໄດ້ ແລະຟື້ນຟູຄືນບັນດາຄຸນຄ່າທີ່ເຂົາເຈົ້າ ສົມຄວນມີ, ຄຸນຄ່າຂອງສັນຕິພາບ.

ຕາມສັນທະປະປາ ລີໂອ XIV ແລ້ວ, ພວກເຮົາສາມາດຫຼີກລ້ຽງບໍ່ໃຫ້ສົງຄາມເກີດຂຶ້ນໄດ້. ທ່ານ ຖືວ່າ ຕ້ອງວາງອາວຸດລົງ ເພາະວ່າມັນບໍ່ສາມາດແກ້ໄຂບັນຫາໄດ້, ຫາກພຽງແຕ່ເຮັດໃຫ້ບັນຫາເຄັ່ງຕຶງຂຶ້ນ. ບຸກຄົນທີ່ສ້າງໜ້າປະຫວັດສາດ ແມ່ນບຸກຄົນສ້າງສັນຕິພາບ, ຫາກບໍ່ແມ່ນຜູ້ພາໃຫ້ເກີດຄວາມເຈັບປວດ.

ແຫຼ່ງຄັດຈາກ: vovworld.vn