ເຖິງຢ່າງໃດກໍ່ຕາມ, ສອງຝ່າຍໄດ້ສະແດງໃຫ້ເຫັນເຈດຕະນາດີຕໍ່ການເຈລະຈາ, ແຕ່ບັນດາຄວາມບໍໍ່ລົງລອຍກັນທີ່ເລິກເຊິ່ງຍັງຄົງຕົວຢູ່. ອີຣານ ຢືນຢັນຄວາມຕັດສິນໃຈສິດເສີມທາດອູຣານີ ແມ່ນບໍ່ອາດປະໜິປະນອມໄດ້, ໃນຂະນະທີ່ ອາເມລິກາ ຮຽກຮ້ອງໃຫ້ ອີຣານ ຢຸດຕິການເຄື່ອນໄຫວເສີມທາດອູຣານີ ຢ່າງສິ້ນເຊິງ ແລະ ມ້າງຮື້ບັນດາຮາກຖານນິວເຄຼຍຫຼັກແຫຼ່ງຄື Natanz ແລະ Fordow. ອີຣານ ພ້ອມແລ້ວຈະກຳກັດແງ່ມູມໃດໜຶ່ງໃນໂຄງການນິວເຄຼຍຂອງຕົນ ຖ້າຫາກວ່າ ອາເມລິກາ ຍົກເລີກບັນດາຄຳສັ່ງລົງໂທດ, ແຕ່ຢືນຢັນສິດເສີມທາດອູຣານີ ແລະ ຮັກສາສາງເກັບຮັກສາອູຣານີ ທີ່ໄດ້ເສີມແລ້ວ. ອີຣານ ກໍ່ປະຕິເສດດຳເນີນການເຈລະຈາກ່ຽວກັບໂຄງການລູກສອນໄຟນຳວິຖີ ແລະ ຮຽກຮ້ອງການຮັບປະກັນຢ່າງແນວແນ່ວ່າ ອາເມລິກາ ຈະບໍ່ຖອນອອກຈາກບໍ່ວ່າຂໍ້ຕົກລົງໃດໃນອະນາຄົດ.
ສິ້ນສຸດຮອບເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດອີຣານ ຕີລາຄາວ່າ ນີ້ແມ່ນການປຶກສາຫາລືທີ່ຫຍຸ້ງຍາກແຕ່ມີຜົນປະໂຫຍດ. ໃນຂະນະນັ້ນ, ເຈົ້າໜ້າທີ່ອາເມລິກາ ທ່ານໜຶ່ງໃຫ້ຂໍ້ສັງເກດວ່າ ການຜັນແປທີ່ການເຈລະຈາຢູ່ Oman ແມ່ນຕັ້ງໜ້າ ແລະສອງຝ່າຍເຫັນດີຈະສືບຕໍ່ດຳເນີນການເຈລະຈາຄັ້ງຕໍ່ໄປ.
ແຫຼ່ງຄັດຈາກ: vovworld.vn
Type the code from the image