leftcenterrightdel
ລັດຖະບານຈີນ ເຜີຍແຜ່ປຶ້ມປົກຂາວ “ຄວາມໝັ້ນຄົງແຫ່ງຊາດຈີນ ໃນຍຸກໃໝ່”. ພາບ: kpl.gov.la

ນອກຈາກຄຳນຳ ແລະຄຳມ້ວນທ້າຍແລ້ວ, ປຶ້ມປົກຂາວດັ່ງກ່າວປະກອບມີ 6 ພາກ, ຄື: ສປ ຈີນ ໄດ້ເພີ່ມຄວາມແນ່ນອນ ແລະຄວາມໝັ້ນທ່ຽງໃຫ້ແກ່ໂລກທີ່ມີການຜັນແປປັ່ນປ່ວນຢ່າງສັບສົນ; ທັດສະນະຄວາມໝັ້ນຄົງແຫ່ງຊາດໂດຍລວມໄດ້ຊີ້ທິດເຍືອງທາງໃຫ້ແກ່ວຽກງານຮັກສາຄວາມໝັ້ນຄົງແຫ່ງຊາດໃນຍຸກໃໝ່; ສະໜອງສິ່ງຄ້ຳຊູອັນໜັກແໜ້ນໃຫ້ແກ່ຂະບວນການສ້າງຄວາມທັນສະໄໝແບບ ຈີນ ຂະຫຍາຍຕົວກ້າວໄປໄກຢ່າງໝັ້ນທ່ຽງ; ເສີມສ້າງຄວາມໝັ້ນຄົງໃນທ່າມກາງການພັດທະນາ, ສະແຫວງຫາການພັດທະນາໃນທ່າມກາງຄວາມໝັ້ນຄົງ; ຈັດຕັ້ງປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຊຸກຍູ້ຄວາມໝັ້ນຄົງຮ່ວມກັນຂອງສາກົນ; ຊຸກຍູ້ການຫັນເປັນທັນສະໄໝຂອງລະບົບ ແລະຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດໃນທ່າມກາງການລົງເລິກການປະຕິຮູບ. ປຶ້ມປົກຂາວລະບຸວ່າ: ທັດສະນະຄວາມໝັ້ນຄົງແຫ່ງຊາດໂດຍລວມເປັນແນວຄິດຍຸດທະສາດສຳຄັນທຳອິດທີ່ຖືກກຳນົດເປັນແນວຄິດຊີ້ນຳວຽກງານຄວາມໝັ້ນຄົງແຫ່ງຊາດ ນັບແຕ່ສະຖາປະນາ ສປ ຈີນ ເປັນຕົ້ນມາ, ເປັນສ່ວນປະກອບອັນສຳຄັນຂອງແນວຄິດ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່ ແລະເປັນການປະກອບສ່ວນດ້ານທິດສະດີແນວຄິດສຳຄັນຂອງ ສປ ຈີນ ຕໍ່ໂລກ.

ແຫຼ່ງຄັດຈາກ: kpl.gov.la