ເນື້ອໃນຈຸດສຸມຂອງແຜນການຢຸດຍິງຢູ່ ກາຊາ ໂດຍທ່ານ Steve Witkoff ທູດພິເສດອາເມລິກາ ຍົກອອກມາ ແມ່ນຂະບວນການອິດສະລາມ ຮາມາດສ ປ່ອຍຕົວປະກັນທັງໝົດທີ່ພວມຖືກກັກຂັງຢູ່, ພ້ອມດຽວກັນນັ້ນກໍ່ໃຫ້ຄຳໝັ້ນສັນຍາ ຈະປະທຸກສິດອຳນາດຢູ່ເຂດກາຊາ ໃນອະນາຄົດ.
ບັນດາປະເທດເປັນກາງໄກ່ເກ່ຍຢູ່ ໂດຮາ ສະແດງຄວາມສະໜັບສະໜູນຕໍ່ແຜນການດັ່ງກ່າວ. ເຖິງຢ່າງໃດກໍຕາມ, ຮາມາດສ ພັດຍົກອອກສັນຍານທີ່ບໍ່ຕັ້ງໜ້າ, ໝາຍຄວາມວ່າ ບໍ່ຍອມຮັບຂໍ້ສະເໜີຂອງອາເມລິກາ. ຂໍ້ມູນລະອຽດກ່ຽວກັບຂໍ້ສະເໜີຂອງທູດພິເສດ ອາເມລິກາ ກໍຄື ການຜັນແປທີ່ໜ້າສົນໃຈໃນການເຈລະຈາຢູ່ ໂດຮາ ຍັງບໍ່ທັນໄດ້ປະກາດເທື່ອ.
ແຫຼ່ງຄັດຈາກ: vovworld.vn
Type the code from the image