ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ກັບມາຢ້ຽມຢາມ ອາເມລິກາ
ວັນທີ 7 ເມສາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຈະຢ້ຽມຢາມ ອາເມລິກາ ແລະມີການເຈລະຈາກັບທ່ານປະທານາທິບໍດີ Donald Trump.
ນີ້ແມ່ນການຢ້ຽມຢາມ ອາເມລິກາ ຄັ້ງທີ 2 ຂອງການນຳລັດຖະບານອິດສະຣາແອັນ ນັບແຕ່ເມື່ອທ່ານປະທານາທິບໍດີ Trump ຂຶ້ນກຳອຳນາດນຳພາປະເທດ ອາເມລິກາ ເມື່ອເດືອນມັງກອນ.
ຕາມຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ, ເນື້ອໃນຈຸດສຸມຂອງການເຈລະຈາລະຫວ່າງການນຳ 2 ປະເທດແມ່ນບັນຫາພາສີ ເຊິ່ງ ອາເມລິກາ ຫາກໍ່ປະກາດຈັດວາງສຳລັບຫຼາຍປະເທດ, ໃນນັ້ນມີ ອິດສະຣາແອັນ. ໄປຄຽງຄູ່ກັນນັ້ນ, ການນຳສອງທ່ານກໍໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງແລກປ່ຽນຕົວປະກັນກັບກຳລັງ ຮາມາດສ; ສາຍພົວພັນລະຫວ່າງ 2 ປະເທດສໍາພັນທະມິດຂອງ ອາເມລິກາ ຢູ່ຕາເວັນອອກກາງ ນັ້ນແມ່ນ ອິດສະຣາແອັນ ແລະຕວັກກີ; ມາດຕະການຮັບມືກັບ ອີຣານ ແລະການສູ້ຢັນກັນກັບສານອາຍາສາກົນ (ICC).
ດ້ວຍການຢ້ຽມຢາມ ວໍຊິງຕັນ ຄັ້ງທີ 2 ນີ້, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Netanyahu ກໍກາຍເປັນປະມຸກລັດຕ່າງປະເທດຄົນທຳອິດທີ່ມີການພົບປະກັບທ່ານປະທານາທິບໍດີ Donald Trump ນັບແຕ່ເມື່ອຜູ້ນຳທຳນຽບຂາວປະກາດແຜນການຈັດວາງພາສີສຳລັບສິບປະເທດໃນວັນທີ 2 ເມສາ.
ແຫຼ່ງຄັດຈາກ: vovworld.vn