leftcenterrightdel
ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ເຂົ້າວາງພວງມາລາໄວ້ອາໄລຜູ້ນຳລາວ ຄຳໄຕ ສີພັນດອນ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 5 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ຄະນະຜູ້ແທນສະຖານທູດຫວຽດນາມ, ບັນດາອົງການອ້ອມຂ້າງສະຖານທູດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ໂດຍທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ລາວ ເປັນຫົວໜ້າຄະນະໄດ້ເຂົ້າວາງພວງມາລາໄວ້ອາໄລທ່ານອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສປປ. ລາວ ຄຳໄຕ ສີພັນດອນ. ຄະນະໄດ້ສົ່ງຄຳແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ບັນດາເຜົ່າພ້ອມດ້ວຍຄອບຄົວຜູ້ນຳ ຄຳໄຕ ສີພັນດອນ.

ກໍໃນວັນດຽວກັນ, ຄະນະຜູ້ແທນຫ້ອງການທູດທະຫານຫວຽດນາມ ປະຈຳ ລາວ ກໍໄດ້ມາວາງພວງມາລາໄວ້ອາໄລຜູ້ນຳ ຄຳໄຕ ສີພັນດອນ ແລະຂຽນປຶ້ມໄວ້ອາໄລ, ສະແດງນ້ຳໃຈມິດຕະພາບລະຫວ່າງກອງທັບສອງປະເທດ ແລະສາຍພົວພັນອັນຜູກພັນຂອງການຮ່ວມສຳພັນສູ້ຮົບຫວຽດນາມ - ລາວ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ