ວັນທີ 06 ເມສາ, ທ່ານ Kirill Dmitriev, ທູດພິເສດຂອງທ່ານປະທານາທິບໍດີ ລັດເຊຍ ກ່ຽວກັບການລົງທຶນ ແລະຮ່ວມມືເສດຖະກິດກັບຕ່າງປະເທດ ແລະເປັນຫົວໜ້າກອງທຶນລົງທຶນໂດຍກົງ ລັດເຊຍ (RDIF), ໃຫ້ຮູ້ວ່າ ລັດເຊຍ ແລະ ອາເມລິກາ ອາດຈະເຊື່ອມຕໍ່ບັນດາການພົບປະ 2 ຝ່າຍໃນເວລາໄວທີ່ສຸດແມ່ນໃນອາທິດນີ້. ນີ້ແມ່ນຂໍ້ມູນໂດຍທ່ານ Dmitriev ຍົກອອກມາໃນການຕອບສຳພາດຕໍ່ຊ່ອງໂທລະພາບ Channel One ຂອງ ລັດເຊຍ.

leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບປະກອບ: AA/ສໍານັກຂ່າວສານຫວຽດນາມ

ທ່ານ Dmitriev ແມ່ນຜູ້ສວມບົດບາດສຳຄັນໃນວິວັດທະນາການສ້າງການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ເປັນປົກກະຕິ. ກ່ອນໜ້ານັ້ນ, ແຕ່ວັນທີ 3 – 4 ເມສາ, ທ່ານ Dmitriev ໄດ້ມີການພົບປະກັບບັນດາເຈົ້າໜ້າທີ່ຫຼັກແຫຼ່ງໃນອຳນາດການປົກຄອງຂອງ ອາເມລິກາ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ. ທ່ານໃຫ້ຮູ້ວ່າ ທີ່ບັນດາການພົບປະແລກເຈລະຈາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຟື້ນຟູການພົວພັນສອງຝ່າຍ, ລວມທັງການຮ່ວມມືດ້ານເສດຖະກິດ, ກໍຄືເຊື່ອມຕໍ່ບັນດາຖ້ຽວບິນໂດຍກົງຂຶ້ນໃໝ່. ນີ້ແມ່ນເຈົ້າໜ້າທີ່ຂັ້ນສູງທ່ານທຳອິດຂອງ ລັດເຊຍ ໄປ ອາເມລິກາ, ນັບແຕ່ເມື່ອ ລັດເຊຍ ເລີ່ມດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ ໃນປີ 2022.

ໂດຍ: ກວຽດເຕິມ