leftcenterrightdel
ຄະນະປະຈໍາສະພາແຫ່ງຊາດ ເຂົ້າວາງພວງມາລາໄວ້ອາໄລເຖິງສະຫາຍພົນເອກ ຄໍາໄຕ ສີພັນດອນ. ພາບ: kongthap.gov.la

ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຊັນຄໍາໄວ້ອາໄລມີເນື້ອໃນວ່າ: ເຖິງດວງວິນຍານຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ, ຄະນະປະຈໍາສະພາແຫ່ງຊາດ ຂໍສະແດງຄວາມເສົ້າໂສກອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດອາວຸໂສຂອງພັກປະຊາຊົນປະຕິວັດລາວ. ການຈາກໄປຂອງສະຫາຍໃນຄັ້ງນີ້, ເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ, ສູນເສຍການນໍາຂັ້ນສູງຮຸ່ນທໍາອິດຂອງການປະຕິວັດລາວ, ສະຫາຍເປັນນັກປະຕິວັດລາວ, ສະຫາຍເປັນນັກປະຕິວັດຜູ້ອົງອາດກ້າຫານ, ຜູ້ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນເພື່ອພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ແລະພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດໃນປັດຈຸບັນ, ເປັນຜູ້ສືບຕໍ່ນໍາພາການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ; ສະຫາຍແມ່ນນັກຮັກຊາດທີ່ດູດດື່ມ, ແມ່ນນັກປະຕິວັດທີ່ກ້າແກ່ນ ແລະຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດລາວ. ຄະນະປະຈໍາສະພາແຫ່ງຊາດ ຂໍຈາລຶກຄຸນງາມຄວາມດີຂອງສະຫາຍຕະຫຼອດໄປ ແລະຈະສືບຕໍ່ພາລະກິດຂອງສະຫາຍເພື່ອສ້າງສາປະເທດລາວໃຫ້ຮັ່ງມີ, ຂໍໃຫ້ດວງວິນຍານຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຄະຕິດ້ວຍເທີ້ນ.

ແຫຼ່ງຄັດຈາກ: kongthap.gov.la