ວິສາຫະກິດເອີລົບ ເຊື່ອໝັ້ນວ່າ ຫວຽດນາມ ຈະດັດປັບຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເປັນຢ່າງດີ
ກປ.ອອນໄລ - ການນໍາວິສາຫະກິດເອີລົບ ຈຳນວນ 68% ກ່າວວ່າ ຈະແນະນຳຫວຽດນາມ ເປັນບ່ອນລົງທຶນທີ່ດີ - ສະແດງຄຳໝັ້ນສັນຍາຍາວນານຂອງເຂົາເຈົ້າ.
ດັດຊະນີຄວາມໄວ້ເນື້ອເຊື່ອໃຈຕໍ່ການດໍາເນີນທຸລະກິດ (BCI) ຂອງວິສາຫະກິດເອີລົບຢູ່ ຫວຽດນາມ ໃນໄຕມາດທີ I/2025 ບັນລຸ 64,6, ສະຫະສະມາຄົມການຄ້າເອີລົບປະຈຳ ຫວຽດນາມ (EuroCham) ປະກາດຫວ່າງແລ້ວນີ້.
ການສໍາຫຼວດ BCI ໂດຍ Decision Lab ດໍາເນີນໃນລະຫວ່າງວັນທີ 10 ຫາ 27 ເດືອນ ມີນາ, ກ່ອນທີ່ສະຫະລັດອາເມລິກາ ປະກາດອັດຕາພາສີໃໝ່ກໍ່ຄືຕໍ່ໜ້າການປ່ຽນແປນະໂຍບາຍການຄ້າໂລກຢ່າງໄວວາ. ອີງຕາມບົດລາຍງານ, ມີ 42% ວິສາຫະກິດທີ່ເຂົ້າຮ່ວມໃນການສໍາຫຼວດໄດ້ຖືທັດສະນະເປັນກາງກ່ຽວກັບສະພາບແວດລ້ອມດໍາເນີນທຸລະກິດ.
ທ່ານ Bruno Jaspaert ປະທານ EuroCham ເນັ້ນໜັກວ່າ: ຄວາມທົນທານຂອງພື້ນຖານເສດຖະກິດຫວຽດນາມ ບໍ່ພຽງແຕ່ອີງຕາມຕົວເລກເຕີບໂຕເທົ່ານັ້ນ, ຫາກຍັງແມ່ນຄວາມສາມາດປັບຕົວ, ທັງດ້ານໂຄງປະກອບພາຍໃນ ແລະຍຸດທະສາດການຕ່າງປະເທດໃນສະພາບການໂລກທີ່ມີການຜັນແປໄປອີກດ້ວຍ. ຕາມທ່ານ Bruno Jaspaert ແລ້ວ, ສິ່ງທ້າທາຍໃໝ່ພວມເກີດຂຶ້ນຢ່າງບໍ່ຢຸດຢັ້ງ, ຮຽກຮ້ອງໃຫ້ມີຄວາມສາມັກຄີເພື່ອຫັນຄວາມຫຍຸ້ງຍາກເປັນກາລະໂອກາດ.
ໂດຍ: ໄຊນີດາ