leftcenterrightdel
ພາບ: kongthap.gov.la

ສະຫາຍພົນໂທ ຄຳລຽງ ອຸທະໄກສອນ ຕາງໜ້າການນຳກະຊວງປ້ອງກັນປະເທດໄດ້ເຊັນປຶ້ມໄວ້ອາໄລເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນຕໍ່ການຈາກໄປຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ນັກປະຕິວັດຜູ້ອາວຸໂສຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີຕໍ່ປະເທດຊາດ ເເລະກອງທັບປະຊາຊົນລາວ. ການຈາກໄປຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ແມ່ນການສູນເສຍໜຶ່ງໃນບັນດາຜູ້ນໍາຂອງພັກ, ຂອງກອງທັບທີ່ກຳຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະໃນຖັນແຖວປະຕິວັດ ທັງເປັນສັນຍະລັກແຫ່ງຄວາມສາມັກຄີ, ເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ, ມີຄວາມເຄົາລົບ ແລະປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫຼັກການແຫ່ງການຈັດຕັ້ງເຄື່ອນໄຫວຂອງພັກ, ມີຈິດໃຈເອື້ອເຝື້ອເພື່ອແຜ່ຕໍ່ໝູ່ສະຫາຍ ແລະຕໍ່ມະຫາຊົນ; ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫຼັກການ ແລະລະບຽບວິໄນເພື່ອປົກປ້ອງຄວາມປອດໃສຂອງພັກ ແລະກໍ່ສ້າງເພື່ອນສະຫາຍໃຫ້ມີການປະພຶດປະຕິບັດທີ່ເປັນແບບຢ່າງຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະເຊື່ອໝັ້ນຈາກການຈັດຕັ້ງ ແລະເພື່ອນສະຫາຍຢູ່ອ້ອມຂ້າງຕະຫຼອດມາ. 

ແຫຼ່ງຄັດຈາກ: kongthap.gov.la