ເມື່ອຕອບສຳພາດໃນລາຍການ “This Week” ຂອງ ABC News ໃນວັນທີ 06 ເມສາ, ທ່ານ Kevin Hassett, ຜູ້ອຳນວຍການໃຫຍ່ສະພາເສດຖະກິດແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ ມີກວ່າ 50 ປະເທດໄດ້ຕິດຕໍ່ກັບທຳນຽບຂາວ ເພືື່ອເລີ່ມດຳເນີນການປຶກສາຫາລືດ້ານການຄ້າ.

leftcenterrightdel
ທຳນຽບຂາວ. ພາບປະກອບ: ສໍານັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນ, ວັນທີ 02 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດອັດຕາພາສີສຳລັບສິນຄ້ານຳເຂົ້າຈາກທຸກປະເທດ ແລະເຂດແຄ້ວນໃນໂລກ. ນະໂຍບາຍພາສີອາກອນນີ້ຖືກປະຕິກິລິຍາຈາກຫຼາຍປະເທດຄູ່ຄ້າຂອງ ອາເມລິກາ ແລະໄດ້ຮັບຖືວ່າ ອາດຈະເຮັດໃຫ້ເພີ່ມຄວາມສ່ຽງເກີດການປະທະກັນດ້ານການຄ້າທົ່ວໂລກ.

ບັນດານັກຊ່ຽວຊານຂອງ JPMorgan ຄາດຄະເນວ່າ, ຜົນກະທົບຂອງພາສີອາກອນ ອາດຈະເຮັດໃຫ້ GDP ຂອງ ອາເມລິກາ ຫຼຸດລົງ 0,3% ເມື່ອທຽບໃສ່ການຄາດຄະເນໃນປີນີ້, ໃນຂະນະທີ່ອັດຕາຜູ້ວ່າງງານອາດຈະເພີ່ມຂຶ້ນແຕ່ 4,2% ຂຶ້ນເປັນ 5,3%.

ແຫຼ່ງຄັດຈາກ: vovworld.vn