leftcenterrightdel
ຫຼາຍພາກສ່ວນ ສືບຕໍ່ເຂົ້າວາງພວງມາລາອາໄລຮັກຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍພົນເອກ ຄຳໄຕ ສີພັນດອນ. ພາບ: kongthap.gov.la

ການວາງພວງມາລາ ແລະເຊັນປຶ້ມໄວ້ອາໄລຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ຂອງສະຫາຍພົນເອກ ຄຳໄຕ ສີພັນດອນ ເຊິ່ງແມ່ນໜຶ່ງໃນການນຳຮຸ່ນທຳອິດຂອງພັກປະຊາຊົນປະຕິວັດລາວ ເປັນຜູ້ນໍາໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ, ສະຫາຍແມ່ນນັກຮັກຊາດ, ແມ່ນນັກປະຕິວັດ ແລະເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດລາວ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາເພື່ອພາລະກິດປະຕິວັດຂອງພັກເພື່ອການພັດທະນາປະເທດຊາດ ແລະຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ການຈາກໄປໂດຍບໍ່ມີວັນຈະກັບຄືນມາຂອງສະຫາຍພົນເອກ ຄຳໄຕ ສີພັນດອນ ເປັນການສູນເສຍອັນໃຫຍ່ຫຼວງທີ່ສຸດສຳລັບພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ. ເພື່ອສະແດງຄວາມໄຫວ້ອາໄລ ແລະເສຍໃຈຢ່າງສຸດຊຶ້ງຕໍ່ການຈາກໄປຢ່າງບໍ່ມີວັນກັບມາຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ເຊິ່ງເປັນການສູນເສຍບຸກຄົນສຳຄັນຂອງຊາດ ທີ່ໄດ້ສ້າງຄຸນງາມຄວາມດີໃຫ້ແກ່ປະເທດຊາດກໍຄືປະຊາຊົນບັນດາເຜົ່າດັ່ງນັ້ນ, ການນໍາພັກ-ລັດ ຈຶ່ງໄດ້ຈັດພິທີວາງພວງມາລາໃຫ້ແກ່ດວງວິນຍານຂອງສະຫາຍ ແລະຂໍຈົດຈໍາຄຸນງາມຄວາມດີ ແລະຜົນງານຂອງສະຫາຍທີ່ໄດ້ສ້າງໃນໃລຍະຜ່ານມາໄວ້ໃນຄວາມຊົງຈໍາຕະຫຼອດໄປ. 

ແຫຼ່ງຄັດຈາກ: kongthap.gov.la