ໃນສື່ສັງຄົມອອນລາຍ TruthSocial, ປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ຈີນ ໄດ້ໂຕ້ຕອບດ້ວຍການຈັດວາງອັດຕາພາສີເພີ່ມ 34% ສຳລັບສິນຄ້າຂອງອາເມລິກາ. ທ່ານ Donald Trump ເນັ້ນຫນັກຢ່າງແຮງວ່າ ຖ້າ ຈີນ ບໍ່ຖອນຄືນອັດຕາພາສີ 34% ນັບແຕ່ວັນທີ 8 ເມສາ, ອາເມລິກາ ຈະເພີ່ມອັດຕາພາສີຕື່ມ 50% ສຳລັບສິນຄ້າຂອງປະເທດນີ້ ນັບແຕ່ວັນທີ 9 ເມສາ. ນອກນັ້ນທຸກການແລກປ່ຽນກັບຈີນ ທີ່ກ່ຽວຂ້ອງເຖິງຂໍ້ສະເໜີພົບປະຂອງປະເທດນີ້ຈະຖືກຢຸດຕິ. ໃນຂະນະນັ້ນບັນດາການເຈລະຈາກັບປະເທດອື່ນ ຊື່ງມີການສະເໜີຢາກແລກປ່ຽນກັບອາເມລິກາ ຈະໄດ້ຮັບການປະຕິບັດໃນທັນທີ.
ແຫຼ່ງຄັດຈາກ: vovworld.vn
Type the code from the image