ຄອບຄົວການນຳ, ອະດີດການນຳພັກ-ລັດ ວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ
ໃນວັນທີ 3-4 ເມສາ 2025 ນີ້, ຄອບຄົວບັນດາການນຳ ແລະອະດີດການນຳພັກ-ລັດ ເຂົ້າວາງພວງມາລາ ແລະເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງສະຫາຍພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 2 ເມສາ 2025.
ສະເພາະວັນທີ 3 ເມສາ, ຄອບຄົວການນໍາທີ່ເຂົ້າວາງພວງມາລາແມ່ນຄອບຄົວຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.
ສ່ວນໃນຕອນເຊົ້າວັນທີ 4 ເມສາ 2025 ນີ້, ຄອບຄົວບັນດາການນຳ ແລະອະດີດການນຳພັກ-ລັດເຂົ້າວາງພວງມາລາ ແລະເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງສະຫາຍພົນເອກ ຄຳໄຕ ສີພັນດອນ ປະກອບມີ: ຄອບຄົວ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ; ຄອບຄົວສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ; ຄອບຄົວສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ຄອບຄົວ ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ; ຄອບຄົວ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ; ຄອບຄົວ ສະຫາຍ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແລະຄອບຄົວ ສະຫາຍ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ.
ການວາງພວງມາລາຄັ້ງນີ້, ເພື່ອສະແດງຄວາມກະຕັັນຍູຮູ້ບຸນຄຸນເຖິງຄວາມງາມຄຸນດີຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງແມ່ນໜຶ່ງໃນການນຳຮຸ່ນທຳອິດຂອງພັກປະຊາຊົນປະຕິວັດລາວ, ເປັນຜູ້ນຳໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ແລະເປັນຜູ້ນຳທີ່ດີເດັ່ນຂອງພັກ, ຂອງຊາດ ຕະຫຼອດຊີວິດຂອງເພິ່ນໄດ້ອຸທິດສະຕິປັນຍາ, ເຫື່ອແຮງ ແລະຄວາມເສຍສະລະຢ່າງແຮງກ້າເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ຜົນງານ ແລະຄວາມງາມຄຸນດີຂອງເພິ່ນຈະຢູ່ໃນຄວາມຊົງຈຳຂອງຊາວລາວບັນດາເຜົ່າຕະຫຼອດກາລະນານ.
ແຫຼ່ງຄັດຈາກ: kpl.gov.la