ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ:
ໂອກາດເພື່ອສ້າງໂຄງປະກອບເສດຖະກິດຄືນໃໝ່, ໂອກາດເພື່ອບືນຕົວຂຶ້ນ
ຕອນແລງວັນທີ 7 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ເປັນປະທານກອງປະຊຸມລະຫວ່າງນາຍົກລັດຖະມົນຕີ ກັບບັນດາກະຊວງ, ຂະແໜງການ, ອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ, ບັນດາສະຫະສະມາຄົມ, ວິສາຫະກິດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ ສຳລັບ ຫວຽດນາມ, ເລື່ອງຖືກ ອາເມລິກາ ຈັດວາງອັດຕາພາສີຂຶ້ນເຖິງ 46% ສຳລັບສິນຄ້ານຳເຂົ້າຈາກຫວຽດນາມ ໄດ້ສົ່ງຜົນກະທົບຢ່າງຈະແຈ້ງ ແລະໂດຍກົງເຖິງການສົ່ງອອກ ແລະຊາວຜູ້ອອກແຮງງານ, ວິສາຫະກິດຈຳນວນບໍ່ໜ້ອຍ. ເຖິງຢ່າງໃດກໍຕາມ, ຫວຽດນາມ ມີຄຸນນະທາດຢ່າງພຽງພໍ, ປັບຕົວຢ່າງມີໄຫວພິບກັບບໍ່ວ່າເຫດການໃດທີ່ເກີດຂຶ້ນໃນໂລກ, ພາກພື້ນ ແລະພາຍໃນປະເທດຢ່າງເໝາະສົມ, ມີປະສິດທິຜົນ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມ. ພາບ: baochinhphu.vn |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ “ພື້ນຖານເສດຖະກິດຂອງພວກເຮົາຍັງແມ່ນພື້ນຖານເສດຖະກິດຫັນປ່ຽນ. ຫວຽດນາມ ຍັງເປັນປະເທດກໍາລັງພັດທະນາ, ຂອບຂະໜາດພື້ນຖານເສດຖະກິດຍັງຈຳກັດຢູ່, ຄວາມສາມາດທົນທານຍັງຈຳກັດ, ໂດຍະສະເພາະແມ່ນຜົນກະທົບຈາກພາຍນອກ. ດັ່ງນັ້ນ, ທຸກການຜັນແປກໍລ້ວນແຕ່ເປັນໂອກາດ. ເຖິງວ່າມີບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກ… ແຕ່ກໍ່ແມ່ນໂອກາດ ເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ໂອກາດເພື່ອໃຫ້ພວກເຮົາບືນຕົວຂຶ້ນຢ່າງແຮງກວ່າ, ເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະເຕີບໃຫຍ່ກວ່າ”.
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງການຕ່າງປະເທດ, ບັນດາອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຍູ້ແຮງວຽກງານຄົ້ນຄວ້າ, ລາຍງານສະພາວະ, ໝາກຜົນ ແລະຂໍ້ສະເໜີແນະໃຫ້ລັດຖະບານຢ່າງທັນການ. ສືບຕໍ່ຂຸດຄົ້ນບັນດາສັນຍາການຄ້າເລລີ (FTA) ທີ່ມີຢູ່ແລ້ວ ແລະຫາກໍ່ລົງນາມຢ່າງມີປະສິດທິຜົນ. ຊຸກຍູ້ວຽກງານພົວພັນຕ່າງປະເທດດ້ານເສດຖະກິດສຸມໃສ່ບັນດາຂົ້ວທີ່ສ້າງບາດກ້າວບຸກທະລຸແກ່ການເຕີບໂຕ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ