ທ່ານນາຍົກລັດຖະມົນຕີ Pedro Sanchez ແມ່ນນາຍົກລັດຖະມົນຕີແອັດສະປາຍ ຄົນທຳອິດທີ່ມາຢ້ຽມຢາມ ຫວຽດນາມ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດເມື່ອປີ 1977. ນີ້ກໍແມ່ນຄັ້ງທຳອິດທີ່ການນຳຂັ້ນສູງແອັດສະປາຍ ຢ້ຽມຢາມ ຫວຽດນາມ ນັບແຕ່ພາຍຫຼັງການຢ້ຽມຢາມຂອງ ກະສັດ Juan Carlos ແລະພະມະເຫສີ Sofia ໃນປີ 2006. ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ແອັດສະປາຍ ຄັ້ງນີ້ ໄດ້ດໍາເນີນໃນສະພາບການທີ່ສອງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຄົບຮອດ 15 ປີ ໃນປີ 2024 ແລະກ່ອນການດຳເນີນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ ໃນປີ 2027 (1977-2027).
ແຫຼ່ງຄັດຈາກ: vovworld.vn
Type the code from the image