leftcenterrightdel
ຄອສພ ເຂົ້າວາງພວງມາລາໄວ້ອາໄລເຖິງສະຫາຍພົນເອກ ຄຳໄຕ ສີພັນດອນ. ພາບ: pasaxon.org.la

ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ກໍໄດ້ເຊັນປຶ້ມໄວ້ອາໄລໂດຍມີເນື້ອໃນຄໍາໄວ້ອາໄລວ່າ: ໃນໄລຍະເວລາແຫ່ງຄວາມໂສກເສົ້າເສຍໃຈນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ແລະຂໍແບ່ງເບົາຄວາມທຸກໂສກນຳຄອບຄົວ, ຍາດພີ່ນ້ອງ ກໍຄືການຈັດຕັ້ງພັກ, ລັດເຮົາ ແລະປະຊາຊົນລາວທຸກຖ້ວນໜ້າ, ຂໍໃຫ້ດວງວິນຍານຂອງສະຫາຍໄປສູ່ສຸຄະຕິເທີ້ນ.

ການຈາກໄປຂອງສະຫາຍໃນຄັ້ງນີ້, ເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ-ລັດ ແລະປະຊາຊົນລາວບັນດາເຜົ່າ, ສູນເສຍການນໍາຂັ້ນສູງຮຸ່ນທໍາອິດຂອງການປະຕິວັດລາວ, ສະຫາຍເປັນນັກປະຕິວັດລາວ, ສະຫາຍເປັນນັກປະຕິວັດຜູ້ອົງອາດກ້າຫານ, ຜູ້ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນເພື່ອພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ແລະພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ ໃນປັດຈຸບັນ, ເປັນຜູ້ສືບຕໍ່ນໍາພາການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດທີ່ດູດດື່ມ, ແມ່ນນັກປະຕິວັດທີ່ກ້າແກ່ນ ແລະຜູ້ນໍາທີ່ດີເດັ່ນຂອງພັກຂອງຊາດເຮົາ.

ຄອສພ ຂໍຈາລຶກຄຸນງາມຄວາມດີຂອງສະຫາຍຕະຫຼອດໄປ ແລະຈະສືບຕໍ່ພາລະກິດຂອງສະຫາຍເພື່ອສ້າງສາປະເທດລາວເຮົາໃຫ້ຮັ່ງມີ, ຂໍໃຫ້ດວງວິນຍານຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ຈົ່ງໄປສູ່ສຸຄະຕິດ້ວຍເທີ້ນ.

ແຫຼ່ງຄັດຈາກ: pasaxon.org.la