ການນໍາຂັ້ນສູງ ສປ ຈີນ ເຂົ້າໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ
ໃນວັນທີ 3 ເມສາ 2025, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຕ້ອນຮັບການນໍາຂັ້ນສູງຂອງ ສປ ຈີນ ມາຮ່ວມພິທີເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ, ເຊິ່ງນຳໂດຍສະຫາຍ ຫວັງອີ້ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດຈີນ ແລະຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ໂດຍການຕ້ອນຮັບຂອງສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ພ້ອມດ້ວຍພະນັກງານສະຖານທູດ, ເຊິ່ງເນື້ອໃນທີ່ສະຫາຍ ຫວັງອີ້ ໄດ້ຂຽນໃນປຶ້ມໄວ້ອາໄລ ວ່າ: “ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງຕໍ່ສະຫາຍ ພົນເອກ ຄໍາໄຕ ສີພັນດອນ”.
    |
 |
ການນໍາຂັ້ນສູງ ສປ ຈີນ ເຂົ້າໄວ້ອາໄລຕໍ່ການຈາກໄປຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ. ພາບ: kpl.gov.la |
ໃນໂອກາດດັ່ງກ່າວ, ສະຫາຍ ຫວັງອີ້ ຍັງໄດ້ຕາງໜ້າໃຫ້ການນໍາຂັ້ນສູງຂອງ ສປ ຈີນ, ຄື: ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ; ສະຫາຍ ຫຼີສຽງ ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີຈີນ; ສະຫາຍ ຈ້າວເລີ້ຈີ້, ກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາປະຊາຊົນທົ່ວປະເທດຈີນ ແລະສະຫາຍ ຫວັງຮູໜິງ, ກຳມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ເຂົ້າວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ.
    |
 |
ການນໍາຂັ້ນສູງ ສປ ຈີນ ເຊັນປື້ມໄວ້ອາໄລສະຫາຍພົນເອກ ຄຳໄຕ ສີພັນດອນ. ພາບ: kpl.gov.la |
ພ້ອມດຽວກັນນັ້ນ, ສະຫາຍ ຫວັງອີ້ ຍັງໄດ້ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງມາຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ລັດຖະບານລາວ, ປະຊາຊົນລາວ ຕະຫຼອດຮອດຄອບຄົວຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ພ້ອມທັງຕີລາຄາສູງຕໍ່ຜົນງານ ແລະຄຸນງາມຄວາມດີຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ຕໍ່ພາລະກິດຕໍ່ສູ້ກູ້ຊາດ ກໍຄືປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ພາລະກິດປ່ຽນແປງໃໝ່ ແລະສາຍພົວພັນມິດຕະພາບ ລາວ-ຈີນ ຕະຫຼອດຊີວິດຂອງເພິ່ນ.
ໃນໂອນີ້, ສະຫາຍ ສົມພອນ ສີຈະເລີນ ກໍໄດ້ຕາງໜ້າໃຫ້ພັກ-ລັດຖະບານ ກໍຄືຄອບຄົວຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ສະແດງຄວາມຂອບໃຈ ແລະຮູ້ບຸນຄຸນເປັນຢ່າງສູງຕໍ່ການນໍາພັກ-ລັດ ຈີນ ແລະຢືນຢັນຈະສືບຕໍ່ເພີ່ມທະວີ ແລະເສີມຂະຫຍາຍການພົວພັນຮ່ວມມື ລາວ-ຈີນ ໃຫ້ກ້າວສູ່ລວງເລິກ ແລະມີປະສິດທິຜົນຍິ່ງຂຶ້ນ.
ໃນວັນດຽວກັນ, ສະຫາຍ ສົມພອນ ສີຈະເລີນ ຍັງໄດ້ນໍາພາອ້າຍເອື້ອຍນ້ອງພະນັກງານສະຖານທູດ ແລະຊ່ຽວຊານລາວ ທີ່ເຮັດວຽກຢູ່ ສປ ຈີນ ຮ່ວມໄວ້ອາໄລຕໍ່ການຈາກໄປຂອງສະຫາຍພົນເອກ ຄໍາໄຕ ສີພັນດອນ ຢ່າງພ້ອມພຽງ.
ສະຖານທູດລາວ ຈະເປີດໃຫ້ພາກສ່ວນກ່ຽວຂ້ອງຂອງປະເທດເຈົ້າພາບ, ບັນດາທູຕານຸທູດຕ່າງປະເທດ ປະຈໍາ ສປ ຈີນ ແລະ ນັກຮຽນ-ນັກສຶກສາລາວ ຢູ່ນະຄອນຫຼວງປັກກິ່ງ ເຂົ້າມາເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງສະຫາຍພົນເອກ ຄຳໄຕ ສີພັນດອນ ໃນວັນທີ 4, 5 ແລະ 7 ເມສາ 2025, ເລີ່ມແຕ່ເວລາ 10:00-12:00ໂມງ ແລະ 14:00-16:00 ໂມງ.
ແຫຼ່ງຄັດຈາກ: kpl.gov.la