ປະທານສະພາແຫ່ງຊາດ ເຈິ່ນແທງເໝິນ ຕ້ອນຮັບປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ
ກປ.ອອນໄລ - ຕອນເຊົ້າວັນທີ 6 ເມສາ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 150 ຂອງສະຫະພັນລັດຖະສະພາສາກົນ (IPU - 150) ຢູ່ນະຄອນຫຼວງ Tashkent, ອຸຊະເບັກກິດສະຖານ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ.
ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິນ ໄດ້ສົ່ງຄວາມເສົ້າສະຫຼົດໃຈເຖິງການນຳພັກ, ລັດ ແລະປະຊາຊົນລາວ ຕໍ່ການຈາກໄປຂອງທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
    |
 |
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ. ພາບ: qdnd.vn |
ສ່ວນທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ໄດ້ສະແດງຄວາມຕື້ນຕັນໃຈເມື່ອການນຳພັກ, ລັດ, ລັດຖະບານຫວຽດນາມ ໄດ້ເອົາໃຈໃສ່, ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງກັບການນຳພັກ, ລັດ, ລັດຖະບານ ແລະປະຊາຊົນລາວ.
ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງສອງສະພາແຫ່ງຊາດໃນໄລຍະຈະມາເຖິງ.
ໂດຍ: ຈາງຫງວຽນ