ວັນທີ 06 ເມສາ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ໄດ້ກ່າວຄັດຄ້ານອັດຕາພາສີອາກອນຂອງ ອາເມລິກາ, ແຕ່ກໍ່ໃຫ້ຮູ້ວ່າ ປະເທດນີ້ຈະບໍ່ຈັດວາງພາສີໂຕ້ຕອບ. ຕາມທ່ານນາຍົກລັດຖະມົນຕີ Anwar Ibrahim ແລ້ວ, ມາເລເຊຍ ຈະຮັກສາການພົວພັນຢ່າງຕັ້ງໜ້າ ແລະກ້າວໜ້າກັບບັນດາຄູ່ຄ້າ, ສືບຕໍ່ຮ່ວມມືກັບ ອາເມລິກາ ເພື່ອປົກປ້ອງສິດສຳພັດກັບຕະຫຼາດສຳຄັນ, ຮັກສາຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ ແລະຮັບປະກັນມີໝາກຜົນຢ່າງຍຸຕິທຳໃຫ້ບັນດານັກສົ່ງອອກຂອງຕົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍມີທັດສະນະເຊັ່ນດຽວກັນກັບ ມາເລເຊຍ, ອິນໂດເນເຊຍ ກໍ່ຢືນຢັນວ່າ ຈະບໍ່ໂຕ້ຕອບຂໍ້ຕົກລົງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຈັດວາງອັດຕາພາສີສຳລັບພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ຕາມທ່ານລັດຖະມົນຕີປະສານງານເສດຖະກິດ ອິນໂດເນເຊຍ Airlangga Hartarto ແລ້ວ, ປະເທດນີ້ເດີນຕາມເສັ້ນທາງການທູດ ແລະເຈລະຈາ ເພື່ອຊອກຫາບັນດາມາດຕະການແກ້ໄຂທີ່ສ້າງຜົນປະໂຫຍດໃຫ້ແກ່ທັງ 2 ຝ່າຍ.

ແຫຼ່ງຄັດຈາກ: vovworld.vn