leftcenterrightdel
ທ່ານ Hossam Zaki ຜູ້ຊ່ວຍວຽກເລຂາທິການໃຫຍ່ ສະຫະພັນ ອາຣັບ. ພາບ: AA/ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນໃນຊ່ອງໂທລະພາບ Al-Qahera ຂອງ ເອຢິບ ພາຍຫຼັງການຢ້ຽມຢາມ ລີບັງ, ທ່ານ Zaki ໃຫ້ຮູ້ວ່າ ໃນບັນດາການຕັດສິນໃຈໃນເມື່ອກ່ອນຂອງ ສະຫະພັນ ອາຣັບ ໂດຍຖື Hezbollah ແມ່ນອົງການກໍ່ການຮ້າຍ ແລະສິ່ງນີ້ໄດ້ສ່ອງແສງໃນບັນດາມະຕິ, ພາໄປເຖິງການຕັດການຕິດຕໍ່ພົວພັນກັບ Hezbollah ໂດຍອີງຕາມຂໍ້ຕົກລົງນີ້.

ເຖິງຢ່າງໃດກໍຕາມ, ປັດຈຸບັນ, ບັນດາປະເທດສະມາຊິກຂອງສະຫະພັນ ອາຣັບ ກໍ່ໄດ້ເຫັນດີຕໍ່ການຖື Hezbollah ບໍ່ແມ່ນອົງການກໍ່ການຮ້າຍອີກ. ທ່ານ Zaki ມາຢ້ຽມຢາມລີບັງ ໃນລະຫວ່າງວັນທີ 23 – 28 ມິຖຸນາ ແລະພົບປະກັບກຸ່ມຕາງໜ້າບັນດາທັດສະນະການເມືອງທີ່ແຕກຕ່ງກັນຢູ່ ລີບັງ. ນີ້ໄດ້ຮັບຖືວ່າການການພົບປະຄັ້ງທຳອິດລະຫວ່າງສະຫະພັນ ອາຣັບ ແລະ Hezbollah ໃນໄລຍະ 10 ກວ່າປີຜ່ານມາ.

ແຫຼ່ງຄັດຈາກ:​ vovworld.vn