ຕາມທ່ານພັນເອກພິເສດ ຮວ່າງຮືວກຸ໊ຍ ຮອງປະທານສານທະຫານສູນກາງ ແລ້ວ, ໃນໄລຍະຝຶກອົບຮົມເປັນເວລາ 1 ເດືອນ, ພະນັກງານສານທະຫານລາວ ຈະໄດ້ແລກປ່ຽນຄວາມຮູ້ດ້ານກົດໝາຍ ແລະບົດຮຽນໃນການຈັດຕັ້ງ, ການເຄື່ອນໄຫວຂອງສານທະຫານຫວຽດນາມ ແນໃສ່ຄົ້ນຄວ້າ ແລະນຳໃຊ້ໃຫ້ສອດຄ່ອງກັບຮູບແບບ, ການຈັດຕັ້ງຂອງອົງການ, ກົມກອງຂອງຕົນ. ໃນໄລຍະຝຶກອົບຮົມ, ຝ່າຍຫວຽດນາມ ກໍ່ຈະຄົ້ນຄວ້າ, ຖອດຖອນບົດຮຽນທີ່ດີຈາກຝ່າຍລາວ ເພື່ອສາມາດເພີ່ມເຕີມເຂົ້າໃນທິດສະດີ ແລະການເຄື່ອນໄຫວພຶດຕິກຳຕົວຈິງຂອງຕົນ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນແທັງຟອງ ຮອງຫົວໜ້າອົງການໄອຍະການທະຫານສູນກາງ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມວຽກງານໄອຍະການທະຫານ ໃຫ້ແກ່ພະນັກງານອົງການໄອຍະການທະຫານກອງທັບປະຊາຊົນລາວ. ພາບ: qdnd.vn

ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ອົງການໄອຍະການທະຫານສູນກາງ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວຽກງານໄອຍະການທະຫານ ໃຫ້ແກ່ພະນັກງານອົງການໄອຍະການທະຫານກອງທັບປະຊາຊົນລາວ. ທ່ານພົນຈັດຕະວາ ຫງວຽນແທັງຟອງ ຮອງຫົວໜ້າອົງການໄອຍະການທະຫານສູນກາງ ໃຫ້ຮູ້ວ່າ ເສີມຂະຫຍາຍຜົນຂອງການຝຶກອົບຮົມຊຸດກ່ອນ, ຊຸດຝຶກອົບຮົມຄັ້ງນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນ.

leftcenterrightdel
 ຄະນະຜູ້ແທນຫວຽດນາມ ແລະລາວ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ໃນຕອນເຊົ້າວັນທີ 1 ກໍາລະກົດ, ຢູ່ຮ່າໂນ້ຍ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມວຽກງານສຳເນົາເອກະສານໃຫ້ແກ່ພະນັກງານ, ພາລະກອນກະຊວງປ້ອງກັນປະເທດລາວ ປີ 2024. ທ່ານພົນຈັດຕະວາ ຫງວຽນວັນຈີ໊ງ ຮອງຫົວໜ້າຫ້ອງວ່າການຄະນະພັກການທະຫານສູນກາງ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ຊີ້ແຈ້ງວ່າ ຊຸດຝຶກອົບຮົມຄັ້ງນີ້ແມ່ນການເຄື່ອນໄຫວເພື່ອສືບຕໍ່ຢັ້ງຢືນ ແລະປະກອບສ່ວນເຮັດໃຫ້ສາຍພົວພັນສັດຊື່ບໍລິສຸດ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ກໍ່ຄືຄວາມສະໜິດຕິດພັນລະຫວ່າງກອງທັບສອງປະເທດເລິກເຊິ່ງກວ່າອີກ. ເຂົ້າຮ່ວມຊຸດຝຶກອົບຮົມມີພະນັກງານ, ພາລະກອນກະຊວງປ້ອງກັນປະເທດລາວ ຈຳນວນ 20 ທ່ານ.

ໂດຍ: ເຈິ່ນຮວ່ຽນ