ປະລິມານເຄື່ອງຊ່ວຍເຫຼືອລວມມີ 240 ໂຕນ ໂດຍອົງການກຸສົນ Human Smile ລະດົມມາໄດ້, ໃນນັ້ນລວມມີເຄື່ອງບັນເທົາທຸກປະເພດຕ່າງໆ. EC ໜູນຊ່ວຍການຂົນສົ່ງເຄື່ອງ ແລະຈ່າຍຄ່າຂົນສົ່ງໃຫ້ແກ່ບັ້ນເຄື່ອນໄຫວດັ່ງກ່າວ. ຄາດວ່າ, ຈຳນວນເຄື່ອງຊ່ວຍເຫຼືອດັ່ງກ່າວ ຈະໄດ້ຂົນສົ່ງຜ່ານທາງທະເລໄປຍັງ ຈໍແດນ ແລະ ມອບໃຫ້ສະມາຄົມການກຸສົນ Hashemite ຂອງ ຈໍແດນ ກ່ອນທີ່ຈະຂົນສົ່ງໄປຍັງເຂດ ກາຊາ.

ນີ້ແມ່ນບັ້ນຊ່ວຍເຫຼືອຫຼ້າສຸດ, ປະກອບຕື່ມໃສ່ເຄື່ອງຊ່ວຍເຫຼືອກວ່າ 2.600 ໂຕນ ທີ່ໄດ້ຂົນສົ່ງດ້ວຍເຮືອບິນຈຳນວນ 55 ຖ້ຽວຂອງຂົວຕໍ່ການບິນມະນຸດສະທຳ EU.

ແຫຼ່ງຄັດຈາກ: vovworld.vn