ກ່າວຄຳເຫັນທີ່ພິທີເປີດ, ທ່ານ ຟານແອງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ເນັ້ນໜັກວ່າ ເວທີປາໄສປະຊາຊົນຫວຽດນາມ - ຈີນ ຄັ້ງທີ 12 ໄດ້ດຳເນີນໄປໃນຈຸດເວລາທີ່ພິເສດ, ຢູ່ສະຖານທີ່ພິເສດ, ໃນສະພາບການທີ່ພິເສດ, ຢູ່ບ້ານເກີດເມືອງນອນຂອງປະທານ Mao Zedong ແລະຫຼັງຈາກການຢ້ຽມຢາມເຊິ່ງກັນ ແລະກັນທີ່ມີລັກສະນະປະຫວັດສາດຂອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ (ເດືອນຕຸລາ 2022) ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ (ເດືອນທັນວາ 2023). ສອງພັກ, ສອງລັດໄດ້ກຳນົດທີ່ຕັ້ງໃໝ່ໃຫ້ແກ່ການພົວພັນສອງຝ່າຍ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ.

leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມເວທີປາໄສປະຊາຊົນຫວຽດນາມ - ຈີນ ຄັ້ງທີ 12. ພາບ: ອຽນຫງວຽນ

ທ່ານ Yang Wanming ປະທານສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ ເນັ້ນນັກວ່າ, ປະຈຸບັນ, ພັກກອມມູນິດຈີນ ແລະພັກກອມມູນິດຫວຽດນາມ ແມ່ນສອງພັກກອມມູນິດໃຫຍ່ທີ່ສຸດຢູ່ໃນໂລກ, ມີຄວາມຮັບຜິດຊອບນຳພາສອງປະເທດປະກອບສ່ວນເຂົ້າໃນສັນຕິພາບໂລກ. ສອງຝ່າຍຢືນຢັນຄືນໃໝ່ວ່າ, ນ້ຳໃຈມິດຕະພາບຫວຽດນາມ - ຈີນ ແມ່ນຊັບສົມບັດລວມທີ່ປະຊາຊົນທຸກຊັ້ນວັນນະ, ບັນດາອົງການຈັດຕັ້ງຄື ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະສະມາຄົມມິດຕະພາບການຕ່າງປະເທດປະຊາຊົນຈີນ ຕ້ອງສືບທອດ ແລະເສີມຂະຫຍາຍ.

ວັນທີ 25 ແລະ 26 ມິຖຸນາ, ເວທີປາໄສປະຊາຊົນຫວຽດນາມ - ຈີນ ຄັ້ງທີ 12 ໄດ້ສຸມໃສ່ປຶກສາຫາລື 3 ຫົວຂໍ້ໃຫຍ່ ຄື: ການເມືອງ ແລະການພົວພັນສາກົນ, ເສດຖະກິດ - ການຄ້າ ແລະມະນຸດສະທໍາ - ການຮ່ວມມືດ້ານການສຶກສາວິທະຍາ.

ໂດຍ: ຈາງຫງວຽນ