leftcenterrightdel
ກຳປັ່ນສະໜາມບິນ USS Theodore Roosevelt. ພາບ: YONHAP

ທ່ານ Kim ເນັ້ນໜັກວ່າ ການກະທຳດັ່ງກ່າວແມ່ນການສະແດງກຳລັງທີ່ “ອັນຕະລາຍ”ຂອງວໍຊິງຕັນ ແລະເຊີອູນ ແລະໃຫ້ຮູ້ວ່າ: ພຽງຢາງ ອາດຈະດຳເນີນບັນດາມາດຕະການນາບຂູ່ໃຫມ່.

ກຳປັ່ນສະໜາມບິນ USS Theodore Roosevelt ເຂົ້າທຽບທ່າ Busan ໃນສະພາບການ ອາເມລິກາ ແລະສ.ເກົາຫຼີ, ຍີ່ປຸ່ນ ຄາດວ່າ ຈະດຳເນີນການຊ້ອມຮົບຮ່ວມ 3 ຝ່າຍທີ່ມີຊື່ວ່າ Freedom Edge ໃນທ້າຍເດືອນນີ້. ແຕ່ດົນມາແລ້ວ ສ​ປ​ປ ເກົາ​ຫຼີ ໄດ້ກ່າວປະນາມບັນດາການຊ້ອມຮົບຮ່ວມລະຫວ່າງອາເມລິກາ ແລະສ.ເກົາຫຼີ ກໍ່ຄືເລື່ອງອາເມລິກາ ຈັດສົ່ງອາວຸດຍຸດທະສາດເຖິງ ແຫຼມເກົາຫຼີ.

ແຫຼ່ງຄັດຈາກ: vovworld.vn