ເວັບໄຊ CNBC ຄັດສະເໜີຂໍ້ສັງເກດຂອງທ່ານ Kai Wei Ang, ນັກຊ່ຽວຊານດ້ານເສດຖະກິດກ່ຽວກັບອາຊຽນ ເນັ້ນໜັກວ່າ ຫວຽດນາມ ແມ່ນຈຸດພົ້ນເດັ່ນຢູ່ອາຊີຕາເວັນອອກສ່ຽງໃຕ້ ຍ້ອນຕະຫຼາດແຮງງານແກ່ງແຍ້ງ ແລະມີສັນຍາການຄ້າເສລີຫຼາຍສະບັບໄດ້ຊ່ວຍການສົ່ງອອກໄປຍັງບັນດາຕະຫຼາດຢ່າງງ່າຍດາຍ. ນີ້ກໍ່ແມ່ນປັດໄຈພື້ນຖານຊ່ວຍເຫຼືອ ຫວຽດນາມ ດຶງດູດການລົງທຶນ.

leftcenterrightdel
ພາບປະກອບຄັດຈາກ: baochinhphu.vn

ໂດຍເຫັນດີຕໍ່ຂໍ້ສັງເກດນີ້, ເວັບໄຊ Borneo Bulletin ໄດ້ຄັດສະເໜີບົດລາຍງານຂອງທະນາຄານ Maybank ຊື່ງຕີລາຄາວ່າ ຫວຽດນາມ ພ້ອມກັບ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ ແມ່ນບັນດາປະເທດມີການເຕີບໂຕດີ. ການຟື້ນຟູໃນການເຕີບໂຕຍ້ອນມີການຜະລິດ ແລະ ສົ່ງອອກທີ່ດີ.

ສ່ວນເວັບໄຊ fibre2fashion (ອິນເດຍ) ໄດ້ຄັດສະເໜີບົດລາຍງານຂອງທະນາຄານໂລກ ໂດຍໃຫ້ຮູ້ວ່າ ດັດຊະນີການຜະລິດອຸດສາຫະກຳຂອງ ຫວຽດນາມ ໃນເດືອນພຶດສະພາ ປີ 2024 ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ກັບເດືອນເມສາ ແລະເພີ່ມຂຶ້ນ 8,9% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023 ຍ້ອນການສົ່ງອອກເພີ່ມຂຶ້ນຢ່າງແຮງ.

ໂດຍ: ກວຽດເຕິມ