leftcenterrightdel
ພາບປະກອບຄັດຈາກ: KCNA

ວັນທີ 26 ມິຖຸນາ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໂດຍບໍ່ໄດ້ຢັ້ງຢືນປະເພດອອກສູ່ເຂດທະເລທາງທິດຕາເວັນອອກປະເທດນີ້. ຫົວໜ້າເສນາທິການກຳລັງທະຫານປະສົມສ.ເກົາຫຼີ ໃຫ້ຮູ້ວ່າ, ໄດ້ກວດພົບເຫັນເຫດການດັ່ງກ່າວ, ແຕ່ບໍ່ເຜີຍລາຍລະອຽດເທື່ອ, ທ່ານຢືນຢັນວ່າພວມດຳເນີນການຄົ້ນຄວ້າ. ຕອນເຊົ້າວັນດຽວກັນ, ຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ໄດ້ຮຽກໂຮມປະຊຸມກ່ຽວກັບຄວາມໝັ້ນຄົງ ເພື່ອປຶກສາຫາລືກ່ຽວກັບເຫດຍິງລູກສອນໄຟນຳວິຖີຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ.

ຫຼັງຈາກນັ້ນ, ກອງທັບສ.ເກົາຫຼີ ແລະກຳລັງປ້ອງກັນຝັ່ງທະເລຍີ່ປຸ່ນ ໃຫ້ຮູ້ວ່າ, ເບິ່ງຄືວ່າເຫດຍິງລູກສອນໄຟດັ່ງກ່າວຖືກປະລາໄຊ ແລະວັດຖຸບິນຂອງ ສປປ.ເກົາຫຼີ ຕົກຢູ່ນອກເຂດເສດຖະກິດພິເສດຂອງຍີ່ປຸ່ນ, ຫ່າງຈາກປະເທດນີ້ປະມານ 370 ກມ ແລະບໍ່ກໍ່ຄວາມເສຍຫາຍໃດໆ.

ເຫດຍິງລູກສອນໄຟດຳເນີນໄປພາຍຫຼັງ 1 ວັນທີ່ ສປປ.ເກົາຫຼີ ຕຳໜິຕິຕຽນເລື່ອງ ອາເມລິກາ ຈັດສົ່ງຝູງກໍາປັ່ນສູ້ຮົບຂອງທະຫານເຮືອທີ່ແລ່ນດ້ວຍພະລັງງານນິວເຄຼຍມາ ສ.ເກົາຫຼີ ແລະກ່າວເຕືອນວ່າ, ຈະປະຕິບັດບັນດາມາດຕະການນາບຂູ່ໃໝ່ແນໃສ່ການກະທຳຂອງ ອາເມລິກາ.

ແຫຼ່ງຄັດຈາກ:​ vovworld.vn