ນະທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມໃນປັດຈຸບັນ ແນໃສ່ສ້າງສຳເລັດຂໍ້ສະເໜີຢຸດຍິງ ແລະປ່ອຍຕົວປະກັນຢູ່ເຂດ ກາຊາ. ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ, Antony Blinken ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບຄວາມໝັ້ນຄົງຂອງ ອິດສະຣາແອັນ ຕໍ່ໄພນາບຂູ່ຈາກບັນດາກຸ່ມກໍ່ການຮ້າຍ ໂດຍ ອີຣານ ໜູນຫຼັງ, ເປັນຕົ້ນແມ່ນກຳລັງ ເຮໂບລາ ຢູ່ ລີບັງ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ຝັ່ງຕາເວັນຕົກ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ  Antony Blinken (ເບື້ອງຊ້າຍ) ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant. ພາບ: Reuters

ໃນຂະນະນັ້ນ, ຕອນຄ່ຳວັນທີ 26 ມິຖຸນາ, ກອງທັບອິດສະຣາແອັນ ໃຫ້ຮູ້ວ່າ ໃນວັນດຽວກັນ, ກຳລັງ ເຮໂບລາ ໄດ້ດຳເນີນຫຼາຍບັ້ນບຸກໂຕມຕີ ດ້ວຍລູກສອນໄຟເລັ່ງໃສ່ບາງເປົ້າໝາຍຢູ່ທາງທິດເໜືອ ອິດສະຣາແອັນ. ກອງທັບອິດສະຣາແອັນ ໄດ້ໂຕ້ຕອບ ດ້ວຍຫຼາຍບັ້ນບຸກໂຈມຕີທາງອາກາດ ເລັ່ງໃສ່ບັນດາເປົ້າໝາຍຂອງ ເຮໂບລາ ຢູ່ພາກໃຕ້ ລີບັງ.

ແຫຼ່ງຄັດຈາກ: vovworld.vn