ກ່າວຄຳເຫັນກັບບັນດາຜູ້ສະໜັບສະໜູນຢູ່ລັດ Carolina ເໜືອໃນວັນທີ 28 ມິຖຸນາ  ປະທານາທິບໍດີ ອາເມລິກາ Joe Biden ຍອມຮັບວ່າບໍ່ສະແດງເປັນຢ່າງດີໃນການໂຕ້ວາທີຄັ້ງທຳອິດກັບຄູ່ແຂ່ງ Donald Trump ແລະຢືນຢັນວ່າ ທ່ານຈະເອົາຊະນະຕໍ່ຄູ່ແຂ່ງ Donald Trump ໃນການເລືອກຄັ້ງຈັດຂຶ້ນໃນເດືອນພະຈິກທີ່ຈະມາເຖິງ ແລະບໍ່ມີສັນຍານວ່າ ທ່ານຈະຖອນຕົວອອກຈາກການແຂ່ງຂັນເຂົ້າທຳນຽບຂາວ.

ເຖິງວ່າບໍ່ໄດ້ສະແດງເປັນຢ່າງດີກໍ່ຕາມ, ແຕ່ບັ້ນຫາສຽງເລືອກຕັ້ງຂອງທ່ານ Biden ກໍ່ຍັງປະກອບໄດ້ຈຳນວນເງິນ 14 ລ້ານໂດລາສະຫະລັດ ພາຍຫຼັງ 1 ວັນຈັດການໂຕ້ວາທີ. ໃນຂະນະທີ່ຝ່າຍຂອງຄູ່ແຂ່ງ Donald Trump ໃຫ້ຮູ້ວ່າປະກອບໄດ້ຈຳນວນເງິນ 8 ລ້ານໂດລາສະຫະລັດ ໃນການໂຕ້ວາທີຄັ້ງນີ້.

ແຫຼ່ງຄັດຈາກ: vovworld.vn