leftcenterrightdel
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ຫງວຽນທິແທັງ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ການທູດພັກ, ການທູດລັດ ແລະການທູດປະຊາຊົນບັນລຸໄດ້ຜົນງານທີ່ຕັ້ງໜ້າຫຼາຍຢ່າງ. ໃນນັ້ນ, ບົດບາດຂອງການທູດລັດຖະສະພາ, ລະອຽດແມ່ນສະພາແຫ່ງຊາດຊຸດທີ XV  ໄດ້ສ້າງຄວາມປະທັບໃຈອັນດີງາມ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງວຽກງານການຕ່າງປະເທດຂອງຫວຽດນາມ. ນອກຈາກນັ້ນ, ບົດບາດຂອງບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ, ໃນນັ້ນ ມີກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ສ.ເກົາຫຼີ ກໍ່ໄດ້ຮັບການຢັ້ງຢືນ, ເຮັດໃຫ້ຜົນດ້ານການທູດລັດຖະສະພາ ມີຊີວິດຊີວາ ແລະຈະແຈ້ງກວ່າ.

leftcenterrightdel
ບັນຍາກາດທີ່ການພົບປະສັງສັນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງຮອງປະທານສະພາແຫ່ງຊາດ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາສະມາຊິກກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ສ.ເກົາຫຼີ ຄວນສະແດງໃຫ້ເຫັນບົດບາດຂອງຕົນຢ່າງຈະແຈ້ງກວ່າອີກ, ຍົກສູງຄວາມຕັດສິນໃຈ ແລະຄວາມຮັບຜິດຊອບ, ເອົາໃຈໃສ່, ຊຸກຍູ້ ແລະເພີ່ມທະວີການພົວພັນພົບປະແລກປ່ຽນໃນການຮ່ວມມືທ້ອງຖິ່ນກັບ ສ.ເກົາຫຼີ ໃນຂົງເຂດທີ່ກຸ່ມຮັບຜິດຊອບ; ເສີມຂະຫຍາຍພູມປັນຍາ, ປະສົບການ ແລະຄວາມສຸດຈິດສຸດໃຈ, ສືບຕໍ່ເປັນຂົວຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ ສ.ເກົາຫຼີ ແລະການພົບປະແລກປ່ຽນປະຊາຊົນຂອງສອງປະເທດ.

ຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິແທັງ ໄດ້ໃຫ້ການຕ້ອນຮັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ຫວຽດນາມ .

ໂດຍ: ທູຈາງ