leftcenterrightdel
ທ່ານ ເກິງສາງ ຮອງຫົວໜ້າຄະນະຜູ້ຕາງໜ້າຈີນ ປະຈຳ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ສະມັດຊາໃຫຍ່ ສປຊ ກ່ຽວກັບບັນຫານິວເຄຼຍ ຢູ່ແຫຼມເກົາຫຼີ, ທ່ານ ເກິງສາງ ໄດ້ເນັ້ນໜັກວ່າ ເພື່ອແກ້ໄຂບັນດາພື້ນຖານຢູ່ແຫຼມເກົາຫຼີນີ້, ຕ້ອງປະຕິບັດຂັ້ນຕອນຫັນປ່ຽນຈາກການຢຸດຍິງກາຍເປັນກົນໄກສັນຕິພາບ ເຊິ່ງ ຈີນ ໄດ້ຮຽກຮ້ອງ ແລະ ຕັ້ງໜ້າປະຕິບັດໃນຫຼາຍປີຜ່ານມາ.

ທ່ານສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຄວາມເຄັ່ງຕຶງ ແລະສູ້ຢັນກັນທີ່ພວມເກີດຂຶ້ນຢູ່ແຫຼມເກົາຫຼີ, ພ້ອມທັງຍົກໃຫ້ເຫັນຢ່າງຈະແຈ້ງບັນດາຜົນກະທົບທີ່ໃຫຍ່ຫຼວງຕໍ່ສະຖຽນລະພາບຂອງພາກພື້ນ ແລະທົ່ວໂລກ. ທ່ານ ເກິງສາງ ໄດ້ຮຽກຮ້ອງການຮ່ວມມືຈາກທຸກຝ່າຍ, ພິເສດແມ່ນ ອາເມລິກາ, ພ້ອມທັງເລັ່ງທວງໃຫ້ ອາເມລິກາ ພິຈາລະນາຄືນໃໝ່ວິທີການສຳຜັດຂອງປະເທດນີ້ ຕໍ່ບັນດາການພົວພັນສາກົນ ແລະ ວິທີການແກ້ໄຂການປະທະກັນ.

ແຫຼ່ງຄັດຈາກ: vovworld.vn