ວັນທີ 26 ມິຖຸນາ, ກຳລັງປ້ອງກັນອາກາດ ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ປະເທດນີ້ ແລະອາເມລິກາ ໄດ້ຈັດການຊ້ອມຮົບຮ່ວມດ້ວຍການເຂົ້າຮ່ວມຂອງເຮືອບິນປະມານ 30 ລຳ, ໃນນັ້ນມີເຮືອບິນສູ້ຮົບ F-22 Raptor ຂອງອາເມລິກາ. ນີ້ແມ່ນການຊ້ອມຮົບທາງອາກາດຮ່ວມ ຄັ້ງທີ 2 ລະຫວ່າງບັນດາສຳພັນທະມິດໃນປີນີ້, ລະດົມເຮືອບິນສູ້ຮົບ F-35A ຂອງ ສ.ເກົາຫຼີ ແລະ  F-22 ຂອງອາເມລິກາ, ເຊິ່ງໄດ້ຈັດເຂົ້າປະເພດເຮືອບິນສູ້ຮົບລຸ້ນທີ 5 ຫຼ້າສຸດ ແລະ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຍົນອາຍພົ່ນທີ່ແຮງທີ່ສຸດໃນໂລກ.

leftcenterrightdel
ເຮືອບິນ F-35A ຂອງ ສ.ເກົາຫຼີ ແລະ  F-22 ຂອງອາເມລິກາ. ພາບ: Yonhap

ກຳລັງປ້ອງກັນທາງອາກາດ ສ.ເກົາຫຼີ ໃຫ້ຮູ້ວ່າ ການຊ້ອມຮົບດັ່ງກ່າວ ໄດ້ດຳເນີນຢູ່ເຂດນ່ານຟ້າທາງທິດຕາເວັນອອກຂອງປະເທດນີ້, ສຸມໃສ່ບັນດາເນື້ອໃນສົມທົບຍົກສູງຄວາມສາມາດຕີສະກັດກັ້ນທາງອາກາດ.

ແຫຼ່ງຄັດຈາກ: vovworld.vn