leftcenterrightdel
ການບຸກໂຈມຕີຂອງອິດສະລາແອັນ ຢູ່ເຂດກາຊາ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນຕໍ່ການຖະແຫຼງຂ່າວຢູ່ນະຄອນຫຼວງ Beirut, ລີບັງ, ທ່ານ Osama Hamdan ໄດ້ຢັ້ງຢືນວ່າ ຮາມາດສ ໄດ້ຮັບຂໍ້ສະເໜີໃໝ່ສຸດໃນວັນທີ 24 ມິຖຸນາ, ແຕ່ເນື້ອໃນບໍ່ມີຫຍັງໃໝ່ ແລະມາຮອດປັດຈຸບັນກໍ່ຍັງບໍ່ມີຄວາມຄືບໜ້າໃໝ່ໃນບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງລະຫວ່າງສອງຝ່າຍ.

ແລະກໍ່ວັນດຽວກກັນ, ທ່ານ Ismail Haniyeh ເຈົ້າໜ້າທີ່ຂັ້ນສູງຂອງ ຮາມາດສ, ໄດ້ປຶກສາຫາລືກັບທ່ານ Abbas Kamel ການນຳອົງການສືບລາຊະການລັບຂອງ ເອຢິບ ກ່ຽວກັບວິວັດການເຈລະຈາເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງຢູ່ເຂດກາຊາ.

ໃນຂະນະນັ້ນ, ບັນດາເຫດລະເບີດ, ບຸກໂຈມຕີທາງອາກາດ ແລະການປະທະກັນຍັງເກີດຂຶ້ນຢູ່ທາງທິດເໜືອເຂດກາຊາ ໃນວັນທີ 30 ມິຖຸນາ ເຊິ່ງແມ່ນວັນທີ 3 ທີ່ຕໍ່ເນື່ອງຂອງບັ້ນການທະຫານໃໝ່ຂອງອິດສະລາແອັນ.

ແຫຼ່ງຄັດຈາກ:​ vovworld.vn