leftcenterrightdel
ພາບປະກອບ:  YONHAP/TTXVN

ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລ້ວ, ວັນທີ 30 ມິຖຸນາ, ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ອອກແຈ້ງການ, ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ, ຍີ່ປຸ່ນ ແລະສປປ.ເກົາຫຼີ ດຳເນີນການຊ້ອມຮົບຮ່ວມເປັນຄັ້ງທຳອິດທີ່ມີຊື່ວ່າ Freedom Edge. ການຊ້ອມຮົບຮ່ວມໄດ້ແກ່ຍາວເປັນເວລາ 3 ວັນໄດ້ດຳເນີນຢູ່ເຂດທະເລສາກົນທາງທິດໃຕ້ ເກາະ Jeju, ທາງພາກໃຕ້ ສ.ເກົາຫຼີ. ຖະແຫຼງການໄດ້ຊີ້ແຈ້ງວ່າ ກ່ອນນັ້ນ ອາເມລິກາ, ຍີ່ປຸ່ນ ແລະສ.ເກົາຫຼີ ເຄີຍດຳເນີນຫຼາຍການຊ້ອມຮົບຮ່ວມທີ່ມີຂອບຂະໜາດໃຫຍ່, ນ້ອຍດ້ວຍຫຼາຍເຫດຜົນທີ່ແຕກຕ່າງກັນ, ແຕ່ຍັງບໍ່ມີການຊ້ອມຮົບໃດມີຊື່ພິເສດຄືແນວນີ້. ຖະແຫຼງການໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ “ສືບຕໍ່ສະແດງກຳລັງແຮງດ້ານການທະຫານ”, ພ້ອມທັງກ່າວເຕືອນຜົນຕາມມາຢ່າງຮ້າຍແຮງຂອງການກະທຳເຊິ່ງພຽງຢາງ ຖືວ່າ ແມ່ນການກະທຳເກາະຜິດນີ້.

ແຫຼ່ງຄັດຈາກ: vovworld.vn