ວັນທີ 28 ມິຖຸນາ, ຢູ່ນະຄອນຫຼວງ ປຣາຮາ, ສ.ເຊັກ, ຄະນະກຳມະການອາຊຽນ (ACP) ໄດ້ຈັດວາລະປະຊຸມຄັ້ງທີ 26 ເພື່ອຕີລາຄາໝາກຜົນການເຄື່ອນໄຫວໃນໄລຍະ 6 ເດືອນຕົ້ນປີ 2024 ແລະຈັດພິທີມອບ-ຮັບຕຳແໜ່ງປະທານໝູນວຽນ ACP ຈາກທ່ານນາງເອກອັກຄະລັດຖະທູດ ມາເລເຊຍ Suzilah Mohd Sidek, ໃຫ້ແກ່ທ່ານເອກອັກຄະລັດຖະທູດ ຫວຽດນາມ ເຢືອງຮວ່າຍນາມ.

leftcenterrightdel
ພິທີມອບ-ຮັບຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ. ພາບ: baoquocte.vn

ທີ່ວາລະປະຊຸມ, ໃນຖານະຕຳແໜ່ງປະທານໝູນວຽນຂອງ ACP, ທ່ານເອກອັກຄະລັດຖະທູດ ຫວຽດນາມ ສະເໜີຂໍ້ລິເລີ່ມຈຳນວນໜຶ່ງ ເພື່ອຜັນຂະຫຍາຍການເຄື່ອນໄຫວຂອງຄະນະກຳມະການໃນໄລຍະ 6 ເດືອນທ້າຍປີ, ຄື: ຈັດພິທີສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງ ອາຊຽນ (ວັນທີ 8 ສິງຫາ), ສັບປະດາຮູບເງົາອາຊຽນ (ແຕ່ວັນທີ 2 - 9 ກັນຍາ), ງານຕະຫຼາດນັດສິນຄ້າ ແລະວັດທະນະທຳອາຫານການກິນ ອາຊຽນ…

ສິ້ນສຸດວາລະປະຊຸມ, ທ່ານນາງເອກອັກຄະລັດຖະທູດ ມາເລເຊຍ Suzilah Mohd Sidek ພ້ອມກັບທ່ານເອກອັກຄະລັດຖະທູດ ຫວຽດນາມ ເຢືອງຮວ່າຍນາມ ໄດ້ລົງນາມໃນເອກະສານມອບ-ຮັບຕຳແໜ່ງປະທານໝູນວຽນຄະນະກຳມະການອາຊຽນ ໃຫ້ແກ່ ຫວຽດນາມ, ແຕ່ວັນທີ 1 ກໍລະກົດ - ວັນທີ 31 ທັນວາ ປີ 2024.

ໂດຍ: ກວຽດເຕິມ