ຕາມການວາງແຜນຜັງ, ຮອດປີ 2030, ແຂວງເລິມດົງ ຈະກາຍເປັນແຂວງພັດທະນາຢ່າງຮອບດ້ານພໍສົມຄວນ; ກໍ່ສ້າງ ດ່າລາດ ແລະເຂດອ້ອມຂ້າງ ກາຍເປັນສູນທ່ອງທ່ຽວທີ່ມີຄຸນນະພາບສູງຂອງທົ່ວປະເທດ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້, ແມ່ນສູນການສຶກສາ, ນະວັດຕະກຳ. ໃນນັ້ນ, ແຂວງເລິມດົ່ງ ຈະພັດທະນາເສດຖະກິດກະສິກຳແບບຍືນຍົງ, ທັນສະໄໝ, ມີປະສິດທິຜົນສູງ, ອົງຄະທາດ, ມຸ່ງໄປເຖິງກາຍເປັນເຂດປູກຝັງມີຂອບຂະໜາດໃຫຍ່, ກາຍເປັນສູນຄົ້ນຄ້ວາ, ຜະລິດກະສິກຳອົງຄະທາດນຳໃຊ້ເຕັກໂນໂລຢີສູງລະດັບຊາດ ແລະ ສາກົນ.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃສ່ໃຈວ່າ ເພື່ອປະຕິບັດສຳເລັດການວາງຜັນຜັງ, ແຂວງເລິມດົ່ງ ຕ້ອງຮັບປະກັນການວາງແຜນຜັງຢ່າງຖືກທິດ; ມີໄຫວພິບໃນການຜັນຂະຫຍາຍບັນດາເປົ້າໝາຍ; ປະຕິບັດການວາງແຜນຜັງຢ່າງຄົບຊຸດ, ພ້ອມກັນນັ້ນ, ປະຊາຊົນ ແລະ ວິສາຫະກິດຕ້ອງແບ່ງປັນ, ຮ່ວມເດີນທາງພ້ອມກັບອຳນາດການປົກຄອງ ເພື່ອຮັບປະກັນການວາງແຜນຜັງໃຫ້ສຳເລັດຜົນ.

leftcenterrightdel
ກອງປະຊຸມປະກາດການວາງແຜນຜັງແຂວງເລິມດົງ ໄລຍະ 2021-2030, ວິໄສທັດຮອດປີ 2050. ພາບ: baochinhphu.vn

ສ່ວນທ່ານ ຫວໍງອກຮຽບ, ຮອງປະທານຄະນະກຳມະການປະຊາຊົນແຂວງເລິມດົ່ງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ທາງແຂວງຈະສືບຕໍ່ປະຕິບັດບັນດາກົນໄກ, ນະໂຍບາຍໃຫ້ສຳເລັດຜົນ, ຕັດສິນໃຈປະຕິຮູບການປະຕິບັດລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງຄວາມສາມາດແກjງແຍ້ງຂອງແຂວງ. ໃນນັ້ນ, ຖືປະຊາຊົນ ແລະວິສາຫະກິດເປັນໃຈກາງຮັບໃຊ້. ພ້ອມທັງ, ລະດົມຢ່າງສຸດຂີດ ແລະ ນຳໃຊ້ບັນດາແຫຼ່ງກຳລັງແຫ່ງລັດ, ເອກະຊົນ ແລະ ສັງຄົມຢ່າງມີປະສິດທິຜົນ ເພື່ອຍູ້ແຮງການລົງທຶນພັດທະນາລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ.

ໂດຍ: ກວຽດເຕິມ