ທີ່ການຕ້ອນຮັບ, ທ່ານພັນເອກ ຫງວຽນແອງໄທ ໄດ້ສະແດງຄວາມຊົມເຊີຍທີ່ຄະນະນາຍທະຫານໜຸ່ມຂອງກໍາລັງທະຫານອາກາດແຫ່ງລາດຊະວົງໄທ ມາຢ້ຽມຢາມ ແລະພົບປະແລກປ່ຽນຢູ່ກອງພັນໃຫຍ່, ອວຍພອນໃຫ້ຄະນະດຳເນີນການປະຕິບັດງານປະສົບຜົນສຳເລັດ.

ໃນຂອບເຂດລາຍການແລກປ່ຽນນາຍທະຫານໜຸ່ມ, ທ່ານພັນເອກ ຫງວຽນແອງໄທ ສະເໜີໃຫ້ສອງຝ່າຍເສີມຂະຫຍາຍນ້ຳໃຈຂະຫຍັນຂັນເຄື່ອນ ແລະຄວາມສຸດໃຈຂອງໄວໜຸ່ມ, ບົນເນື້ອໃນຈິດໃຈທີ່ເປີດອົກເປີດໃຈ, ສາມັກຄີ, ມິດຕະພາບ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ສອງຝ່າຍຈະແບ່ງປັນການເຄື່ອນໄຫວຕົວຈິງໃນການຫັດແອບ, ຝຶກຝົນຫຼໍ່ຫຼອມ ແລະການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ... ປະກອບສ່ວນກໍ່ສ້າງສາຍພົວພັນສາມັກຄີ, ມິດຕະພາບແບບຍືນຍົງໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພັນໂທ RattaponLiamkaew ມອບຂອງຂວັນໃຫ້ຜູ້ບັນຊາການກອງພັນໃຫຍ່ລູກສອນໄຟ 282. ພາບ: qdnd.vn

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານພັນໂທ RattaponLiamkaew ສະແດງຄວາມປິຕິຊົມຊື່ນຕໍ່ການຕ້ອນຮັບອັນອົບອຸ່ນ ແລະຮອບຄອບຂອງບັນດາການນຳ ແລະຜູ້ບັນຊາການກອງພັນໃຫຍ່ລູກສອນໄຟ 282, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ຂອງຄະນະຜູ້ແທນຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງກໍາລັງປ້ອງກັນອາກາດ-ທະຫານອາກາດ ເວົ້າສະເພາະ ແລະກອງທັບສອງປະເທດເວົ້າລວມ ໃຫ້ນັບມື້ນັບພັດທະນາ...

ໂດຍ: ໄຊນີດາ