ສັນຍາສະບັບ ນີ້ໄດ້ອະນຸຍາດໃຫ້ ອາເມລິກາ ເຂົ້າເຖິງ 15 ຖານທີ່ໝັ້ນການທະຫານຢູ່ ແຟງລັງ ພ້ອມທັງອະນຸຍາດໃຫ້ກຳລັງອາເມລິກາ ມີຫນ້າ ແລະ ຝືກຊ້ອມ ກໍ່ຄືຈັດວາງບັນດາອຸປະກອນປ້ອງກັນຕົວຢູ່ເຂດດິນແດນ ແຟງລັງ. ນອກນັ້ນ ເອກະສານນີ້ກໍ່ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນບັນດາກໍລະນີວິກິດການ.

leftcenterrightdel
ອາເມລິກາ ສາມາດສຳຜັດກັບ 15 ຖານທີ່ໝັ້ນການທະຫານຢູ່ ແຟງລັງ. ພາບ: AA

DCA ໄດ້ຮັບການລົງນາມຈາກລັດຖະບານ ແຟງລັງ ເມື່ອເດືອນທັນວາປີ 2023 ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງ ແລະ ການປ້ອງກັນຕົວຂອງ ແຟງລັງ, ສັນຍາສະບັບນີ້ ໄດ້ຍົກອອກມາພາຍຫລັງປະເທດ ເອີລົບເໜືອນີ້ ເຂົ້າຮ່ວມ NATO ເມື່ອເດືອນເມສາ ປີ 2023.

ທີ່ກອງປະຊຸມຄົບຄະນະໃນວັນທີ 1 ກໍລະກົດ, ທ່ານ Kimmo Kiljunen ປະທານກຳມາທິການການຕ່າງປະເທດ ແຟງລັງ ໄດ້ຊົມເຊີຍເລື່ອງຮັບຮອງເອົາ DCA ແມ່ນຈຸດເວລາປະຫວັດສາດ. ທ່ານເນັ້ນໜັກວ່າ ໜ້າທີ່ຂອງຂໍ້ຕົກລົງນີ້ກໍ່ຄ້າຍຄືກັນກັບໜ້າທີ່ຂອງສະມາຊິກ NATO ແມ່ນເພີ່ມທະວີການປ້ອງກັນຄວາມສະຫງົບຂອງປະເທດນີ້ ແລະ ປະຊາຊົນແຟງລັງ.

ແຫຼ່ງຄັດຈາກ: vovworld.vn