leftcenterrightdel
ໂທລະພາບ ສ.ເກົາຫຼີ ໃຫ້ຂ່າວກ່ຽວກັບການທົດລົງລູກສອນໄຟຂອງ ສປປ.ເກົາຫຼີ. ພາບ:  Yonhap

ວັນທີ 2 ກໍລະກົດ, ສື່ມວນຊົນ ສປປ. ເກົາຫຼີ ໄດ້ໃຫ້ຮູ້ວ່າ ປະເທດນີ້ໄດ້ຍິງທົດລອງລູກສອນໄຟນຳວິຖີຍຸດທະວີທີໃໝ່ ມີຄວາມສາມາດຍິງຫົວລູກປືນຂະໜາດໃຫຍ່ສຸດ. ຕາມນັ້ນແລ້ວ ວັນທີ 1 ກໍລະກົດ, ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟ Hwasong-11Da-4.5 ທີ່ສາມາດຍິງຫົວລູກປືນໃຫຍ່ໂດຍມີນ້ຳຫນັກ 4,5 ໂຕນ. ການທົດລອງແມ່ນໄດ້ດຳເນີນກັບລູກສອນໄຟທີ່ຕິດຫົວລູກປືນໃຫຍ່ຈຳລອງ ເພື່ອຢັ້ງຢືນຄວາມເປັນປົກກະຕິເມື່ອບິນ ແລະ ຄວາມຊັດເຈນເມື່ອຍິງຖືກເປົ້າໝາຍ ຢູ່ໄລຍະຍິງຍາວສຸດແມ່ນ 500 ກິໂລແມັດ ແລະ ຕ່ຳສຸດແມ່ນ 90 ກິໂລແມັດ. ຂ່າວຄາວດັ່ງກ່າວຍັງໃຫ້ຮູ້ຕື່ມອີກວ່າ ສປປ. ເກົາຫຼີ ຈະດຳເນີນເຫດຍິງທົດລອງອີກຄັ້ງໃນເດືອນກໍລະກົດນີ້ ເພື່ອ “ຢັ້ງຢືນຈຸດລັກສະນະການບິນ, ຄວາມຊັດເຈນ ແລະ ຄວາມແຮງການລະເບີດຂອງຫົວລູກປືນໃຫຍ່ ຢູ່ໄລຍະຍິງ 250 ກິໂລແມັດ.

ແຫຼ່ງຄັດຈາ: vovworld.vn