ໜັງສືພິມນີ້ ໄດ້ຄັດສະເໜີຄຳປາໄສຂອງເຈົ້າໜ້າທີ່ຂັ້ນສູງຂອງ ຄະນະກຳມະການເອີຣົບ (EC) ໂດຍໃຫ້ຮູ້ວ່າ EU ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຄືແນວນັ້ນກັບ ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນສະຖານະການດ້ານຄວາມໝັ້ນຄົງຢູ່ ເອີຣົບ ແລະ ອາຊີ ພວມມີການປ່ຽນແປງຢ່າງເລິກເຊິ່ງ. ຕາມ Nikkei Asia ແລ້ວ, ການກະທຳດັ່ງກ່າວ ກາຍເປັນຂີດໝາຍຄັ້ງທໍາອິດ ທີ່ EU ສ້າງຕັ້ງການພົວພັນຄູ່ຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນຊາດສຳລັບບັນດາປະເທດອາຊີ.

leftcenterrightdel
ພາບປະກອບ: IRNA/ສໍານັກຂ່າວສານຫວຽດນາມ

ໃນການພົວພັນຄູ່ຮ່ວມມືນີ້, EU ພິຈາລະນາການຮ່ວມມືກັບ ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນບັນດາຂົງເຂດ, ເຊັ່ນ: ອາວະກາດ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ຄວາມໝັ້ນຄົງໃນການເດີນເຮືອ ກໍຄື ສະກັດກັ້ນຂໍ້ມູນຂ່າວສານທີ່ຜິດເຂວ.

ເຈົ້າໜ້າທີ່ EU ຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງຂັ້ນລັດຖະມົນຕີ ກັບ ຍີ່ປຸ່ນ ໃນທ້າຍປີນີ້. ເຖິງຢ່າງໃດກໍຕາມ, ຜູ້ຕາງໜ້າກະຊວງການຕ່າງປະເທດ ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍຄື ຄະນະຜູ້ຕາງໜ້າ EU ປະຈຳ ໂຕກຽວ ຍັງບໍ່ທັນໃຫ້ຄຳເຫັນຫຍັງກ່ຽວກັບຂໍ້ມູນດັ່ງກ່າວ.

ໂດຍ: ກວຽດເຕິມ