ໃນໂອກາດນີ້, ທ່ານ ເຢືອງຫາຍຮືງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຕາລີ ໄດ້ມີການພົບປະ ແລະເຮັດວຽກກັບ: ທ່ານນາງ Giuseppina Princi ຮອງປະທານເຂດ Calabria, ການນຳບາງນະຄອນໃຫຍ່ ໃນນັ້ນມີທ່ານ Enrico Ricci ຂ້າຫຼວງນະຄອນ Cantazaro, ທ່ານ Nicola Fiorita ເຈົ້າຄອງນະຄອນ Catanzaro  ແລະທ່ານ Paolo Giovanni Grieco ຂະຫຼວງນະຄອນ Vibo Valentia  ພ້ອມທັງເຂົ້າຮ່ວມການເຄື່ອນໄຫວເຊື່ອມຕໍ່ການຮ່ວມມືດ້ານເສດຖະກິດ ແລະວັດທະນະທຳໃນເຂດນີ້.

ທ່ານນາງ Giuseppina Princi, ຮອງປະທານເຂດ Calabria ໃຫ້ຮູ້ວ່າ ເຂດ Calabria ຕີລາຄາສູງຮູບແບບພັດທະນາ, ຮູບແບບປ່ຽນແປງໃໝ່ ກໍຄື ບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ ເຊິ່ງຫວຽດນາມ ບັນລຸໄດ້ໃນຊຸມປີມໍ່ໆມານີ້, ພິເສດແມ່ນໃນວິວັດການຫັນເປັນດີຈີຕອນ ແລະການປ່ຽນແປງໃໝ່ປະດິດສ້າງທີ່ຫວຽດນາມ ພວມດຳເນີນ.

leftcenterrightdel
ທ່ານ ເຢືອງຫາຍຮືງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຕາລີ ພົບປະກັບປະທານ Confindustria ເຂດ Calabria. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ  ກໍຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດ ແລະມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ, ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດດ້ວຍຜົນງານທີ່ຕັ້ງໜ້າດ້ານການເມືອງ, ເສດຖະກິດ - ການຄ້າ ກໍຄືວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ. ຄວາມສະດວກດັ່ງກ່າວໄປຄຽງຄູ່ກັບບັນດາຈຸດຄ້າຍຄືກັນໃນການໃຫ້ບຸລິມະສິດ ແລະນະໂຍບາຍພັດທະນາຂອງສອງຝ່າຍ ຈະແມ່ນເງື່ອນໄຂທີ່ຕັ້ງໜ້າຊ່ວຍໃຫ້ສອງຝ່າຍຊຸກຍູ້ການຮ່ວມມື, ສອດຄ່ອງກັບຄວາມສາມາດບົ່ມຊ້ອນຂອງຕົນ.

ທີ່ການພົບປະຕ່າງໆ, ຂ້າຫຼວງນະຄອນ Cantazaro, ເຈົ້າຄອງນະຄອນ Cantazaro ແລະ ຂ້າຫຼວງນະຄອນ Vibo Valentia ລ້ວນແຕ່ສະແດງຄວາມຊົມເຊີຍຕໍ່ເລື່ອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາອີຕາລີ ມາຢ້ຽມຢາມບັນດາທ້ອງຖິ່ນຕ່າງໆຢູ່ເຂດ Calabria, ຖືວ່າ ສິ່ງດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນນໍ້າໃຈມິດຕະພາບລະຫວ່າງ ຫວຽດນາມ ກັບບັນດາທ້ອງຖິ່ນຂອງອີຕາລີ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ການຕີລາຄາສູງຂອງສະຖານທູດຫວຽດນາມ ປະຈໍາອີຕາລີ ຕໍ່ກັບການຊຸກຍູ້ການຮ່ວມມືກັບທ້ອງຖິ່ນອີກດ້ວຍ, ພ້ອມທັງໃຫ້ຮູ່ວ່າ ຈະແບ່ງປັນຂໍ້ມູນຂ່າວສານໃຫ້ບັນດາສະມາຄົມ, ຂະແໜງອາຊີບ ແລະ ວິສາຫະກິດຂອງທ້ອງຖິ່ນທີ່ເຂົ້າຮ່ວມການເຄື່ອນໄຫວໂຄສະນາ ແລະສົ່ງເສີມການຮ່ວມມືຂອງສະຖານທູດ, ພ້ອມທັງຊອກຮູ້ກາລະໂອກາດຮ່ວມມືກັບຫວຽດນາມ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ໄດ້ເຂົ້າຮ່ວມການເຄື່ອນໄຫວເຊື່ອມຕໍ່ເສດຖະກິດຄື ເວທີປາໄສເຊື່ອມຕໍ່ຫວຽດນາມ - Calabria ໂດຍສະຫະພັນບັນດາວິສາຫະກິດ (Confindustria) ຢູ່ເຂດ Calabria ຈັດຕັ້ງທີ່ນະຄອນ Cantazaro, ເຂົ້າຮ່ວມກອງປະຊຸມໂຕະມົນປຶກສາຫາລືກາລະໂອກາດຮ່ວມມືດ້ານເສດຖະກິດ ກັບບັນດາວິສາຫະກິດດີເດັ່ນທີ່ນະຄອນ Vibo Valentia...

ໂດຍ: ທູຈາງ