leftcenterrightdel
ບ່ອນເກີດເຫດບຸກໂຈມຕີຢູ່ Dagestan, ລັດເຊຍ ໃນວັນທີ 23 ມິຖຸນາ 2024. ພາບ: ປະຊາຊົນຢູ່ບ່ອນເກີດເຫດ

ໃນຂະນະນັ້ນອົງການສື່ມວນຊົນຂອງຄະນະກຳມະການສືບສວນລັດເຊຍ ໃຫ້ຮູ້ວ່າ ຮັບຮູ້ໄດ້ 5 ເປົ້າໝາຍທີ່ຖືກຍິງຕາຍ. ພວກຄົນເຫຼົ່ານີ້ໄດ້ທຳການບຸກໂຈມຕີຫໍທຳມະຂອງຊາວຢິວ 2 ແຫ່ງ, ໂບດໃຫຍ່ 2 ແຫ່ງ ກໍ່ຄືປ້ອມຕຳຫຼວດຈະລາຈອນ ຢູ່ Derbent ແລະ Makhachkala ໃນວັນທີ 23 ມິຖຸນາ, ອົງການດັ່ງກ່າວຍັງໃຫ້ຮູ້ຕື່ມອີກວ່າ ຄະດີອາຍາກ່ຽວກັບການບຸກໂຈມຕີຢູ່ Dagestan ພວມຖືກສືບສວນສອບສວນຕາມມາດຕາ 3 ຂອງກົດໝາຍວ່າດ້ວຍອາຍາຂອງລັດເຊຍ.

ໃນວັນດຽວກັນ, ສ. Dagestan ຖະແຫຼງ ຈະສະຫຼະເວລາ 3 ມື້ເພື່ອໄວ້ອາໄລບັນດາຜູ້ປະສົບເຄາະຮ້າຍຈາກເຫດບຸກໂຈມຕີ. ອຳນາດການປົກຄອງ ສ. Dagestan ຈະປະຕິບັດບັນດາມາດຕະການຈຳເປັນເພື່ອໜູນຊ່ວຍຄອບຄົວມີຜູ້ເສຍຊີວິດ ແລະຮັບບາດເຕັບໃນເຫດບຸກໂຈມຕີ.

ແຫຼ່ງຄັດຈາກ: vovworld.vn