leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ທ່ານ ໂອລິບ ດັສຊອບ ລັດຖະມົນຕີກະຊວງງົບປະມານຝຣັ່ງ ໃຫ້ຮູ້ວ່າ ໃນປີ 2011 ເສດຖະກິດປະເທດນີ້ໄດ້ຟື້ນຟູຄືນຢ່າງແຂງແຮງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າງົບປະມານຝຣັ່ງ ຈະມີທ່າອຽງດີຂຶ້ນເມື່ອທຽບໃສ່ແຜນການທ່ີກຳນົດໄວ້. ລັດຖະບານຝຣັ່ງ ສ້າງແຜນງົບປະມານຂຶ້ນມາເພື່ອໃຫ້ພື້ນຖານເສດຖະກິດຝຣັ່ງ ຈະເລີນເຕີບໃຫຍ່ຂຶ້ນໃນລະດັບ 6,25% ໃນປີ 2021 ແຕ່ບັນດາສັນຍານຫລ້າສຸດໄດ້ສະແດງໃຫ້ເຫັນວ່າ ຕົວເລກດັ່ງກ່າວອາດຈະເລີນເຕີບໂຕຂຶ້ນປະມານ 6,7%. ຝຣັ່ງ ພວມລົງທຶນ 100 ຕື້ເອີໂຣ (ເທົ່າກັບ 114 ຕື້ໂດລາ ສະຫະລັດ) ເຂົ້າໃນ ພື້ນຖານເສດຖະກິດໂດຍສະເພາະແມ່ນການລົງທຶນພາກລັດ, ຊຶ່ງເປັນສ່ວນໜຶ່ງຂອງແຜນການຟື້ນຟູຈາກພະຍາດໂຄວິດ-19 ແລະກໍໄດ້ຜັນຂະຫຍາຍບັນດາບ້ວງເງິນຊ່ວຍເຫລືອສຸກເສີນ ໃຫ້ແກ່ຄອບຄົວທີ່ມີລາຍໄດ້ຕໍ່າເມື່ອປີກາຍນີ້ຈາກພາວະໄພເງິນ ແລະອື່ນໆ.

ເນື້ອໃນ: ຂປລ