leftcenterrightdel
ຊາວອົບພະຍົບຢູ່ເຂດຊາຍແດນ Tunisia-Libya. ພາບ: THX/ສໍານັກຂ່າວສານຫວຽດນາມ

ຕາມຕົວເລກໂດຍອົງການສະຖິຕິ Eurostat ປະກາດໃນວັນທີ 11 ກໍລະກົດ, ຈຳນວນປະຊາກອນຂອງ ສະຫະພາບເອີຣົບ (EU) ບັນລຸໄດ້ລະດັບສູງສະຖິຕິ 450,4 ລ້ານຄົນໃນປີ 2024. ລະດັບການເພີ່ມຂຶ້ນດັ່ງກ່າວສ່ວນໃຫຍ່ແມ່ນມາຈາກກະແສຊາວອົບພະຍົບ, ອີກຄັ້ງໜຶ່ງໄດ້ຊ່ວຍທົດແທນໃຫ້ແກ່ສະພາວະຈຳນວນປະຊາກອນຖືກຫຼຸດລົງຕາມທຳມະຊາດເປັນ 4 ປີຢ່າງລຽນຕິດ.

ເຢຍລະມັນ, ຝລັ່ງ ແລະອີຕາລີ ສືບຕໍ່ແມ່ນ 3 ປະເທດທີ່ມີຈຳນວນປະຊາກອນຫຼາຍທີ່ສຸດໃນກຸ່ມ, ເຊິ່ງກວມເອົາເກືອບ 50% ຈຳນວນປະຊາກອນທັງໝົດໃນ EU. ໃນຂະນະນັ້ນ, 19 ໃນຈຳນວນ 27 ປະເທດສະມາຊິກຮັບຮູ້ຈຳນວນປະຊາກອນມີການເພີ່ມຂຶ້ນໃນປີ 2024, ສ່ວນ 8 ປະເທດຍັງເຫຼືອສືບຕໍ່ມີທ່າອ່ຽງຫຼຸດລົງ. Eurostat ໃຫ້ຂໍ້ສັງເກດວ່າ ເລື່ອງປະຊາກອນເພີ່ມຂຶ້ນຫວ່າງມໍ່ໆມານີ້ສ່ວນຫຼາຍແມ່ນມາຈາກຈຳນວນຊາວອົບພະຍົບເພີ່ມຂຶ້ນຄືນໃໝ່ຢ່າງແຮງພາຍຫຼັງໂລກລະບາດໂຄວິດ - 19.

ແຫຼ່ງຄັດຈາກ: vovworld.vn