ວັນທີ 11 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ໄດ້ຢັ້ງຢືນເງື່ອນໄຂຕັດສິນຊີ້ຂາດເພື່ອໃຫ້ປະເທດນີ້ເຊື່ອມຕໍ່ບັນດາການເຈລະຈານິວເຄຼຍ ແມ່ນ ອາເມລິກາ ຕ້ອງປະລະເຈດຕະນາບຸກໂຈມຕີດ້ານການທະຫານຕ້ານຄືນ ອີຣານ ຂະນະທີ່ວິວັດການເຈລະຈາພວມໄດ້ດຳເນີນໄປ.
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ປະກາດຄືດັ່ງກ່າວທີ່ການຕອບສຳພາດດ້ວຍລາຍລັກອັກສອນຕໍ່ນັກຂ່າວຂອງໜັງສືພິມ Le Monde ປະເທດຝລັ່ງ. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຊີ້ແຈ້ງວ່າ ເພື່ອໃຫ້ການເຈລະຈາສາມາດດຳເນີນຄືນໃໝ່, ອາເມລິກາ ຕ້ອງປ່ຽນແປງການກະທຳ ແລະຮັບປະກັນບໍ່ດຳເນີນການບຸກໂຈມຕີດ້ານການທະຫານຄັ້ງໃໝ່ຕ້ານຄືນ ອີຣານ ເມື່ອການເຈລະຈາກຳລັງດຳເນີນໄປ. ພ້ອມກັນນັ້ນ, ທ່ານ Araghchi ຢັ້ນຢືນວ່າ ອີຣານ ຈະສືບຕໍ່ປະຕິບັດສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT), ແລະເນັ້ນໜັກວ່າ ເຕເຮຣານ ບໍ່ໄດ້ປ່ຽນແປງນະໂຍບາຍບໍ່ຜະລິດອາວຸດນິວເຄຼຍຂອງຕົນ ນັບທັງໃນສະພາບການຖືກ ອາເມລິກາ ແລະອິດສະຣາແອັນ ບຸກໂຈມຕີ.
ແຫຼ່ງຄັດຈາກ: vovworld.vn
Type the code from the image