leftcenterrightdel
ປະຊາຊົນລໍຖ້າຮັບເຄື່ອງຊ່ວຍເຫຼືອຢູ່ຄ້າຍລີ້ໄພ Jabalia, ເຂດກາຊາ. ພາບ: THX/ສໍານັກຂ່າວສານຫວຽດນາມ

ຕອນຄ່ຳວັນທີ 11 ກໍລະກົດ, ກຳລັງປ້ອງກັນຕົວພົນລະເຮືອນ ປາແລັດສະຕິນ  ໃຫ້ຮູ້ວ່າ ບັນດາບັ້ນບຸກໂຈມຕີຂອງກອງທັບ ອິດສະຣາແອັນ ຢູ່ທົ່ວເຂດ ກາຊາ ດຳເນີນໃນມື້ນັ້ນ ໄດ້ເຮັດໃຫ້ຜູ້ເສຍຊີວິດ 18 ຄົນ ແລະນັບສິບຄົນຖືກບາດເຈັບ, ສ່ວນຫຼາຍແມ່ນສາມັນຊົນ. ບັ້ນບຸກໂຈມຕີຮ້າຍແຮງທີ່ສຸດແມ່ນເຫດທະຫານອິດສະຣາແອັນ ຍິງປືນບຸກໂຈມຕີໃສ່ກຸ່ມຄົນຈຳນວນຫຼາຍພວມລໍຖ້າຮັບເຄື່ອງຊ່ວຍເຫຼືອມະນຸດສະທຳຢູ່ທາງທິດຕາເວັນຕົກນະຄອນ Rafah, ສົ້ນໃຕ້ເຂດ ກາຊາ. ເຫດບຸກໂຈມຕີດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 10 ຄົນ ແລະນັບສິບຄົນຖືກບາດເຈັບ.

ກອງທັບ ອິດສະຣາແອັນ ຍັງບໍ່ມີຄຳເຫັນກ່ຽວກັບຈຳນວນຜູ້ຖືກບາດເຈັບ ແລະເສຍຊີວິດໃໝ່ໃນບັນດາບັ້ນບຸກໂຈມຕີດັ່ງກ່າວເທື່ອ.

ແຫຼ່ງຄັດຈາກ: vovworld.vn