ອາກຊັງຕີນ ມອບວັກຊິນ AstraZeneca ຈໍານວນ 500.000 ໂດສ ໃຫ້ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 24 ພະຈິກ, ຊຸດວັກຊິນ AstraZeneca ຂອງອາກຊັງຕີນ ທີ່ຊ່ວຍເຫຼືອຫວຽດນາມ ໄດ້ມາຮອດສະໜາມບິນສາກົນໂນ້ຍບ່່າຍ (ຮ່າໂນ້ຍ).
ໃນຂອບເຂດການພົວພັນຄູ່ຮ່ວມມືສອງຝ່າຍຮອບດ້ານແຕ່ປີ 2010 ແລະດ້ວຍເປົ້າໝາຍພ້ອມກັນຮ່ວມແຮງຮ່ວມໃຈຕ້ານພະຍາດໂຄວິດ-19, ອາກຊັງຕີນ ໄດ້ອຸປະຖໍາວັກຊິນ AstraZeneca ຈໍານວນ 500.000 ໂດສ ໃຫ້ຫວຽດນາມ.
ວັກຊິນຊ່ວຍເຫຼືອຊຸດນີ້ໄດ້ມາຮອດສະໜາມບິນສາກົນໂນ້ຍບ່າຍ (ຮ່າໂນ້ຍ) ໃນເວລາ 15 ໂມງ 25 ນາທີ ຕອນບ່າຍວັນທີ 24 ພະຈິກ ໂດຍທ່ານ Luis Pablo Maria Beltramino ເອກອັກຄະລັດຖະທູດອາກຊັງຕີນ ປະຈໍາ ຫວຽດນາມ ເປັນຜູ້ກ່າວມອບ ແລະທ່ານນາງ ປອ ເຢືອງທິຮົ່ງ ຮອງຫົວໜ້າສະຖາບັນອະນາໄມກັນພະຍາດສູນກາງ, ຫົວໜ້າຫ້ອງການສັກວັກຊິນເປີດກວ້າງແຫ່ງຊາດ ແລະທ່ານ ເລກົງຕຽນ ຮອງຫົວໜ້າກົມທະວີບອາເມລິກາ, ກະຊວງການຕ່າງປະເທດຫວຽດນາມ ເປັນຜູ້ກ່າວຮັບຢ່າງເປັນທາງການ.
    |
 |
ອາກຊັງຕີນ ມອບວັກຊິນ AstraZeneca ຈໍານວນ 500.000 ໂດສ ໃຫ້ຫວຽດນາມ. ພາບ: vov.vn. |
ກ່ອນໜ້ານັ້ນ, ອາກຊັງຕີນ ແມ່ນສະມາຊິກຂອງລະບົບຊ່ວຍເຫຼືອວັກຊິນທົ່ວໂລກໄດ້ຮັບການສ້າງຕັ້ງເພື່ອອຸປະຖໍາວັກຊິນແນໃສ່ຫຼຸດການລະບາດ ແລະຜົນສະທ້ອນຂອງພະຍາດໂຄວິດ-19 ໃນທ່ົວໂລກ. ກົນໄກສາກົນນີ້ແມ່ນຄໍາຕອບມີປະສິດທິຜົນ ແລະສາມັກຄີຕໍ່ໜ້າຄວາມຮຽກຮ້ອງຕ້ານພະຍາດໂຄວິດ-19 ທີ່ວາງອອກໃນກອງປະຊຸມສຸດຍອດ G20 ດໍາເນີນໃນວັນທີ 30-31 ຕຸລາ 2021 ຢູ່ Roma (ອີຕາລີ). ໃນເດືອນກັນຍາ 2020, ອາກຊັງຕີນ ໄດ້ຮັບການຊ່ວຍເຫຼືອຜ້າອັດປາກ-ດັງຈາກຫວຽດນາມ ໃນຂະນະທີ່ທົ່ວໂລກຍັງບໍ່ທັນມີວັກຊິນ ຫຼື ແຜນການສັກວັກຊິນຕ້ານພະຍາດໂຄວິດ-19.
ໂດຍ: ຈາງຫງວຽນ