ຕາມ​ສຳ​ນັກ​ຂ​່​າວ​ສານ Fars, ອີ​ຣານ ໄດ້​ປະ​ຕິ​ເສດ​ຄໍາ​ສັ່ງ​ຢຸດ​ຍິງ​ທີ່ແກ່​ຍາວ​ເປັນ​ເວ​ລາ 48 ຊົ່ວ​ໂມງ ໂດຍອາ​ເມ​ລິ​ກາ ຍົກ​ອອກກ​ມາ. ຂໍ້​ສະ​ເໜີ​ດັ່ງ​ກ່າວໂດຍວໍ​ຊິງ​ຕັນ ສົ່ງ​ເຖິງ ເຕ​ເຮ​ຣານ ຜ່ານ​ປະ​ເທດ “ເປັນ​ມິດ” ໜຶ່ງໃນ​ວັນ​ທີ 2 ເມ​ສາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ແທນ​ທີ່​ມີ​ປະ​ຕິ​ກິ​ລິ​ຍາ​ຕອບກັບຢ່າງ​ເປັນ​ທາງ​ການ, ອີ​ຣານ ໄດ້ສະ​ແດງ​ຫຼັກ​ໝັ້ນ​ດ້ວຍ​ເລື່ອງ​ສືບ​ຕໍ່​ດໍາເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ. ມີ​ການ​ຕີ​ລາ​ຄາ​ຈຳ​ນວນ​ໜຶ່ງ​ໄດ້​ຖື​ວ່າຂໍ້​ສະ​ເໜີ​ຢຸດຍ​ິງ​ໄດ້​ຍົກ​ອອກ​ມາ​ໃນ​ສະ​ພາບ​ວິ​ກິດ​ການ​ຄວາມເຄັ່ງຕຶງເພີ່ມ​ຂຶ້ນ ແລະອາ​ເມ​ລິ​ກາ ພ​ວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ບັນ​ຫາ​ຮ້າຍ​ແຮງ​ຍ້ອນ “ການ​ຄິດ​ໄລ່ທີ່​ຜິດ​ພາດ” ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ການ​ທະ​ຫານ​ຂອງ ອີ​ຣານ.

ແຫຼ່ງຄັດຈາກ: vovworld.vn