leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານ Luis Pablo Maria Beltramino ເອກອັກຄະລັດຖະທູດອາກຊັງຕີນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕອບສໍາພາດຕໍ່ສື່ມວນຊົນພາຍຫຼັງເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ (ໃນວັນທີ 16 ມິຖຸນາ), ທ່ານ Luis Pablo Maria Beltramino ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຊຸກຍູ້ການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືສອງຝ່າຍ. ກ່ຽວກັບການຮ່ວມມືດ້ານການຄ້າ, ທ່ານ Luis Pablo Maria Beltramino ໃຫ້ຮູ້ວ່າ ອາກຊັງຕີນ ໄດ້ກະກຽມຜະລິດຕະພັນຫຼາຍຮູບແບບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຫວຽດນາມ ແລະກົງກັນຂ້າມ, ຫວຽດນາມ ມີສິນຄ້າທີ່ມີຄຸນນະພາບສູງຫຼາຍຢ່າງ, ຄື: ເຕັກໂນໂລຢີ, ເຄື່ອງຕໍ່າແຜ່ນຕັດຫຍິບ ແລະເກີບໜັງ, ລ້ວນແຕ່ແມ່ນຜະລິດຕະພັນທີ່ນິຍົມຢູ່ຕະຫຼາດອາເມລິກາໃຕ້. ຕາມທ່ານ Luis Pablo Maria Beltramino ແລ້ວ, ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ເຊິ່ງສອງປະເທດສາມາດພັດທະນາໃນອະນາຄົດແມ່ນເຕັກໂນໂລຢີສູງ ແລະການບໍລິການດາວທຽມເພື່ອເປົ້າໝາຍສັນຕິພາບ, ລວມມີການໜູນຊ່ວຍຄົ້ນຄວ້າຄຸນລັກສະນະຂອງດິນ, ອຸຕຸນິຍົມວິທະຍາ ແລະຍົກສູງປະສິດທິຜົນໃນການຜະລິດກະສິກໍາ.

ປະຈຸບັນ ອາກຊັງຕີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 3 ຂອງຫວຽດນາມ ຢູ່ອາເມລິກາໃຕ້, ຖັດຈາກບຣາຊິນ ແລະເມັກຊິກໂກ, ດ້ວຍວົງເງິນແລກປ່ຽນການຄ້າປີ 2020 ບັນລຸ 3,95 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 4,3% ເມື່ອທຽບໃສ່ປີ 2019.

ໂດຍ: ເຈິ່ນຮວ່ຽນ